ປະທານປະເທດ Truong Tan Sang ເຮັດວຽກກັບສະມາຄົມນັກຮົບເກົ່າ ຫວຽດນາມ


ປະທານປະເທດ Truong Tan Sang  ເຮັດວຽກກັບສະມາຄົມນັກຮົບເກົ່າ ຫວຽດນາມ - ảnh 1

ປະທານ​ປະ​ເທດ Truong Tan Sang  ​ເຮັດ​ວຽກ​ກັບ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ
(ພາບ:truongtansang.net)

( vovworld ) –  ຕອນ​ເຊົ້າວັນ​ທີ 18/4, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ. ​ໃນ 20 ປີ​ທີ່​ຜ່ານມາ, ຍາມ​ໃດ, ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ກໍ​ໄດ້​ເປີດ​ກ້ວາງ​ອົງການ​ຈັດຕັ້ງ ​ແລະ ພັດທະນາ​ຢູ່​ທຸກ​ເຂດ​ພາກ​ຂອງ​ປະ​ເທດ​ຊາດ. ທົ່ວສະມາຄົມ​ຂະຫຍາຍ​ໄດ້​ສະມາຊິກ​ກ່ວາ 3.600.000 ຄົນ. ຂະ​ບວນການ​ນັກຮົບ​ເກົ່າ​ໄດ້​ຊ່ວຍ​ເຫຼືອ​ກັນ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ປຸກລະດົມ​​ໃຈ​ນັກຮົບ​ເກົ່າ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ເປັນ​ທຳ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ. ພາຍຫຼັງ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນດາ​ນັກຮົບ​ເກົ່າ ຊື່​ງປາດ​ຖະໜາ​ຢາກ​ໃຫ້ກາ​ນນຳ​ພັກ, ລັດ​ເອົາ​ໃຈ​ໃສ່​ຊີ້​ນຳ ສົມທົບ​ການ​ພັດ​ທະນາ​ເສດຖະກິດ ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາດຢູ່​ບັນດາ​ບໍລິ​ເວນ​ຈຸດ​ສຸມ, ປະຕິບັດ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ປອດ​ໃສໝັ້ນຄົງ​ເຂັ້ມ​ແຂງ, ນຳ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ເຂົ້າສູ່​ຊີວິດ. ທ່ານປະທານ​ປະ​ເທດ Truong Tan Sang ​ເນັ້ນໜັກ​ວ່າ:  “ການ​ສ້າງຕັ້ງສະມາຄົມ​ນັກຮົບ​ເກົ່າ​ແມ່ນ​ຄວາມ​ ຕັດສິນ​ໃຈທີ່​ສຳຄັນ ຖືກຕ້ອງ. ບັນດາ​ຜົນງານ​ທີ່​ສະມາຄົມ​ບັນລຸ​ໄດ້ ລ້ວນ​ແຕ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ທົ່ວ​ປວງ​ຊົນ ​ແລະ ຮາກ​ຖານ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​​ໄດ້​ມອບ​ໝາຍ​ບັນດາ​ໜ້າ​ທີ່​ທີ່​ຫຍຸ້ງຍາກ​ໃຫ້​ແກ່​ສະມາຄົມ ​ແລະ. ອາດ​ເວົ້າ​ໄດ້​ວ່າ​ສະມາຄົມ​ນັກຮົບ​ເກົ່າ​ແມ່ນ​ອົງການ​ທີ່​ໜ້າ​ໄວ້​ເນື້ອ​ ເຊື່ອ​ໃຈ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ ​ແລະ ຂອງປະຊາຊົນ​ໃນ​ທົ່ວ​ປະ​ເທດ

 


ຂ່າວ/ບົດ​ອື່ນ