ທ່ານປະທານສະພາສູງ ກຳປູເຈຍ Chea Sim
(ພາບ: Reuters)
|
(vovworld) – ໂຄສົກຂອງພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ, ທ່ານ Chhim Phalvarun, ປະກາດວ່າ: ປະທານພັກນີ້, ທ່ານປະທານສະພາສູງ ກຳປູເຈຍ Chea Sim ເຖິງແກ່ມໍລະນະກຳໃນວັນທີ 8/6 ພາຍຫຼັງເປັນພະຍາດໜັກມາເປັນເວລາຫຼາຍມື້, ອາຍຸຍື່ນ 83 ປີ. ທ່ານ Chea Sim ເຄີຍດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ກຳປູເຈຍ ອາຍຸການ 1981 – 1998. ທ່ານເຄີຍດຳລົງຕຳແໜ່ງສຳຄັນອື່ນໆໃນອຳນາດການປົກຄອງ ກຳປູເຈຍ ຄື: ປະທານຊົ່ວຄາວສະພາແຫ່ງລັດກ່ອນທີ່ ກຳປູເຈຍ ກາຍເປັນປະເທດລາຊາທິປະໄຕ, ຮັກສາການປະມຸກລັດແທນໃຫ້ພະບາດສົມເດັດພະບໍ່ລົມມະນຽດ Norodom Sihanouk ພະມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ… ທ່ານໄດ້ຮັບການເລືອກຕັ້ງເປັນປະທານພັກ CPP ນັບແຕ່ເມື່ອພັກນີ້ໄດ້ຮັບການສ້າງຕັ້ງເມື່ອປີ 1991 ແລະ ຮັກສາຕຳ່ແໜ່ງປະທານສະພາສູງ ກຳປູເຈຍ ແຕ່ປີ 1999.