ປະທານສະພາແຫ່ງຊາດພົບປະກັບຄະນະຕິດຕໍ່ພົວພັນພ້ອມເສຍສະຫຼະ - ກອງພັນໃຫຍ່ນະຄອນຫຼວງ

ປະທານສະພາແຫ່ງຊາດພົບປະກັບຄະນະຕິດຕໍ່ພົວພັນພ້ອມເສຍສະຫຼະ - ກອງພັນໃຫຍ່ນະຄອນຫຼວງ - ảnh 1
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ກັບຄະນະ​ຜູ້​ແທນຄະນະ​ຕິດ​ຕໍ່​ພົວພັນ​ມູນ​ເຊື້ອພ້ອມ​ເສຍສະຫຼະ - ກອງພັນ​ໃຫຍ່ນະຄອນຫຼວງ​ວິລະ​ຊົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສະ​ແດງ​ຄວາ​ຮູ້​ບຸນຄຸນຢ່າງ​ເລີກ​​ຊິ່ງຕໍ່​ບັນດາ​ລຸ້ນພະນັກງານ, ນັກຮົບ​ຂອງກອງພັນ​ໃຫຍ່ນະຄອນຫຼວງ ​ແລະ ຢືນຢັນ​ວ່າ ບັນດາຜົນງານ​ໃນ​ການ​ສູ້​ຮົບ​ຂອງ​ກອງພັນ​ໃຫຍ່​ນະຄອນ​ຫຼ​ວງ ​ໄດ້​ປະກອບສ່ວນ​ເພີ່ມ​ພູນ​ມູນ​ເຊື້ອ​ວິລະ​ຊົນ ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ດັ່ງກ່າວ​ກອງພັນ​ໃຫຍ່​ນະຄອນຫຼວງ ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ, ກໍ່ສ້າງ​ກອງພັນ​ໃຫຍ່​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ ​ໃນ​ທຸກ​ດ້ານ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ສົມ​ກັບ​ການ​ເສຍສະຫຼະ​ຂອງ​ບັນດາ​ລຸ້ນກ່ອນ. ​ໃນ​ຕະຫຼອດ 60 ວັນ ​ແລະ ຄືນ ທີ່ທຳ​ການ​ຕໍ່ສູ້​ໃນ​​ໃຈກາງ​ນະຄອນຫຼວງ, ກອງພັນ​ໃຫຍ່ນະຄອນຫຼວງ ​ໄດ້​ມີ​ຄວາມອົງອາດກ້າ​ແກ່ນ​ປົກ​ປັກ​ຮັກສາ​ສູນ​ກາງ​ພັກ, ລັດຖະບານ​ສືບ​ຕໍ່​ນຳພາ​ຂະ​ບວນການ​ຕໍ່ຕ້ານ ຕ້ານ​ພວກ​ລ່າ​ເມືອ​ງຂຶ້ນຝລັ່ງ.

ຂ່າວ/ບົດ​ອື່ນ