ປະທານສະພາແຫ່ງຊາດຢູແກຼນໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຊົ່ວຄາວ

ປະທານສະພາແຫ່ງຊາດຢູແກຼນໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຊົ່ວຄາວ - ảnh 1
ປະທານາທິບໍດີ ຊົ່ວຄາວ Alexandre Turchinov (ຜູ້ຢູ່ກາງ)
(ພາບ: AFP)


(vovworld) – ​​ໃນ​ວາລະ​ປະຊຸມ​ດ່ວນ​ເມື່ອ​ວັນ​ທີ 23/2, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ມອບ​ໂອນ​ສິດ​ອຳນາດ​ຂອງ​ປະທານາທິບໍດີ Viktor Yanukovyck ​ໃຫ້​ທ່ານ​ປະທານ​ສະພາ​​ແຫ່ງຊາດ​ຄົນ​ໃໝ່ Alexandre Turchinov. ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳຖະ​ແຫຼ​ງການ​ກ່ອນ​ນັ້ນ​ຂອງ​ທ່ານ​ປ​ະທາ​ນາ​ທິບໍດີ Yanukovyck ທີ່​ວ່າ: ບັນດາ​ຂໍ້​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດລ້ວນ​ແຕ່​ຜິດ​ກົດໝາຍ. ພ້ອມ​ກັບ​ມະຕິ​ກ່ຽວ​ກັບ​ການ​ມອບ​ໂອນ​ສິດ​ອຳນາດ, ສະພາ​ແຫ່ງ​ຊາດ ຢູ​ແກຼນ ກໍ່​ຮັບຮອງ​ເອົາ​ບັນດາ​ມະຕິ​ອື່ນໆ​ອີກ​ຄື: ມອບ​ຕຶກ​ອາຄານສ່ວນ​ຕົວ​ຂອງ​ທ່ານ​ປະທານາທິບໍດີ Viktor Yanukovyck ຢູ່​ຊານ​ນະຄອນຫຼວງ Kiev ​ໃຫ້​ລັດ, ຍົກ​ເລີກ​ຕຳ​ແໜ່​ງລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ທ່ານ Leonid Kozhara. ນອກຈາກ​ນັ້ນ​ແລ້ວ, ກໍ່​ມີ​ຄຳ​ສັ່ງ​ຈັບ​ຕົວ​ອະດີດ​ລັດຖະມົນຕີ​ກະຊວງ​ພາສີ​ອາກອນ Oleksander Klimenko ​ແລະ ອະດີດ​ຫົວໜ້າ​ໄອ​ຍະ​ການ Viktor Pshonka. ທ່ານ​ປ​ະທາ​ນາ​ທິບໍດີ ຊົ່ວຄາວ Alexandre Turchinov ​ໄດ້​ໃຫ້​ຄຳ​ສັ່ງ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ທົ່ວ​ປວງ​ຊົນ​ໃນ​ວັນ​ທີ 25/2.

 


ຂ່າວ/ບົດ​ອື່ນ