(vovworld) - ໂດຍສືບຕໍ່ປະຕິບັດການຢ້ຽມຢາມສ.ເຊັກໂກ ຢ່າງເປັນທາງການ, ຕອນເຊົ້າວັນທີ 14/04 (ຕາມເວລາທ້ອງຖິ່ນ), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ມີການພົບປະກັບຜູ້ຕາງໜ້າສະມາຄົມບັນດາຊາວຫວຽດນາມ ອາໄສຢູ່ເອີລົບ. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ບັນດາສະມາຊິກໃນຄະນະບໍລິຫານງານສະມາຄົມ ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າເພື່ອກາຍເປັນໜຶ່ງໃນບັນດາແກ່ນສານສຳຄັນ ຕິດພັນກັບພໍ່ແມ່ປະຊາຊົນທີ່ຫ່າງຈາກບ້ານເກີດເມືອງນອນ, ພ້ອມກັນອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ຮັກສາວັດທະນະທຳຂອງຊາດ, ພັດທະນາພາສາຫວຽດ.