ປະທານສະພາແຫ່ງຊາດ ລາດຊະອານາຈັກກຳປູເຈຍເລີ່ມຕົ້ນຢ້ຽມຢາມມິດຕະພາບສສ.ຫວຽດນາມຢ່າງເປັນທາງການ

(VOVWORLD) -ວັນທີ 23 ມິຖຸນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງລາດຊະອານາຈັກກຳປູເຈຍ ນຳໂດຍ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ເປັນຫົວໜ້າຄະນະ, ໄດ້ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ປະທານສະພາແຫ່ງຊາດ ລາດຊະອານາຈັກກຳປູເຈຍເລີ່ມຕົ້ນຢ້ຽມຢາມມິດຕະພາບສສ.ຫວຽດນາມຢ່າງເປັນທາງການ - ảnh 1 ທ່ານປະທານສະພາ ກຳປຸເຈຍ Heng Samrin

(ພາບປະກອບ: TTXVN)

ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ຈະເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນການທູດ ຫວຽດນາມ-ກຳປູເຈຍ ແລະ ເຂົ້າຮ່ວມກອງປະຊຸມປະທານແນວໂຮມປະເທດຊາດ 3 ປະເທດ: ຫວຽດນາມ-ລາວ-ກຳປູເຈຍ.


ຕອບກັບ

ຂ່າວ/ບົດ​ອື່ນ