(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກໄທ ແລະ ທ່ານປະທານສະພາສູງຍີ່ປຸນ, ຕອນເຊົ້າວັນທີ 3/12, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ນຳໜ້າ ໄດ້ເດີນທາງອອກຈາກຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີລາຊະອານາຈັກໄທ ແລະ ຍີ່ປຸນ ໃນລະຫວ່າງວັນທີ 3 – 8/12. ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ໄທ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.