ປະທານສານປະຊາຊົນສູງສຸດຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳສະຫະພັນລັດເຊຍ

ປະທານສານປະຊາຊົນສູງສຸດຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳສະຫະພັນລັດເຊຍ - ảnh 1
(ປະທານສານປະຊາຊົນສູງສຸດຕ້ອນຮັບ
ລັດຖະມົນຕີກະຊວງຍຸດຕິທຳສະຫະພັນລັດເຊຍ)


(vovworld) – ​​ທີ່​ການ​​ຕ້ອນ​ຮັບ​ທ່ານ Konovalov A.V, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳແຫ່ງ​ສະ​ຫະ​ພັນ​ລັດ​ເຊຍ ໃນ​ຕອ​ນ​ເຊົ້າ​ວັນ​ທີ 20/11, ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 19 – 21/11, ທ່ານ ເຈືອງ​ຮ່​ວາ​ບິ່ງ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ປະ​ຈ​ຸ​ບັນ, ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊ​ຍ ໄດ້​ສ້າງ​ສາຍ​ພົວ​ພັນ​​ຄ່​ູຮ່ວມ​ມື​ຍຸດ​ທະ​ສາດ​ຮອ​ບ​ດ້ານ, ໃນ​ນັ້ນ​ມີ​ຂົງ​ເຂດ​ຍຸ​ຕິ​ທຳ ທີ່​ພວ​ມ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ເຂົ້າ​ສູ່​ລວງ​ເລິກ. ທ່ານ ເຈືອງ​ຮ່​ວາ​ບິ່ງ ປາດ​ຖະ​ໜ​າ​ຢາກ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ມີ​ມາ​ແຕ່​ດົນນານ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ; ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ສະ​ຫະ​ພັນ​ລັດ​ເຊຍ ຈະ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ບົນ​ເວ​ທ​ີ​ສາ​ກົນ.

      ສ່ວນ​ທ່ານ Konovalov A.V ໃຫ້​ຮູ້​ວ່າ, ໃນ​ຊຸ​ມ​ປີ​ຜ່ານ​ມາ, ສະ​ຫະ​ພັນ​ລັດ​ເຊຍ ໄດ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງໃນ​ການ​ປະ​ຕິ​ຮູບ​​ຕຸ​ລາ​ການ, ໃນ​ນັ້ນ​ມີ​ຂົງ​ເຂດ​ສານ. ສະ​ນັ້ນ, ສະ​ຫະ​ພັນ​ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ, ສະ​ໜອງ​ເອ​ກະ​ສານ​ໃຫ້​ຫວຽດ​ນາມ ໃນ​ຂົງ​ເຂດ​ກົດ​ໝາຍ ແລະ ຍຸ​ຕິ​ທຳ, ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​​ປະ​ມວນ​ກົດ​ໝາຍ​ແພ່ງ ແລະ ກົດ​ໝາຍ​ວ່າ​ດ້ວຍ​​ການດຳ​ເນີນ​ຄະ​ດີ​ແພ່ງ.

ຂ່າວ/ບົດ​ອື່ນ