ປະທານາທິບໍດີຊີຣີສະໜັບສະໜູນຄວາມມານະພະຍາຍາມຕ້ານກໍ່ການຮ້າຍຂອງສາກົນ

ປະທານາທິບໍດີຊີຣີສະໜັບສະໜູນຄວາມມານະພະຍາຍາມຕ້ານກໍ່ການຮ້າຍຂອງສາກົນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al – Assad
(ພາບ: Press TV)

(vovworld) – ວັນ​ທີ 23/9, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al – Assad ຖະ​ແຫຼງ​ວ່າ: ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ສະ​ໜັບ​ສະ​ໜູນ​ບໍ່​ວ່າຄວາມ​ມາ​ນະ​ພະ​ຍາ​ຍາ​ສາ​ກົນ​ໃດໆ​ເພື່ອຕ້ານກໍ່​ການ​ຮ້າຍ, ພ້ອ​ມ​ທັງ​ຈະ​ເປັນ​ເຈົ້າ​ການ​ຊຸກ​ຍູ້ບັ້ນ​ຮົບ​ນີ້. ຕາມ​ການ​ນຳ​ຊີ​ຣີ​ແລ້ວ, ຜົນ​ງານ​ຂອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານກໍ່​ການ​ຮ້າຍບໍ່​ພຽງ​ແຕ່​ອີງ​ໃສ່​​​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ອີງ​ໃສ່​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ບັນ​ດາ​ມະ​ຕິ​ສາ​ກົນ​ທີ່​ກ່ຽວ​ຂ້ອງ, ​ແນ​ໃສ່​ມະ​ຕິມໍ່ໆ​ມານີ້​ຂອງ ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ໃນ​ການ​ຮັບ​ມື້​ກັບ IS ແລະ ແນວ​ໂຮມ al – Nusra ຢູ່ ອີ​ຣັກ ແລະ ຊີ​ຣີ ທີ່​ເຄີຍມ​ີ​ສ່ວນ​ກ່ຽວ​ຂ້ອງ​​ເຖິງ​ເຄືອ​ຂ່າຍກໍ່​ການ​ຮ້າຍສາ​ກົນ al – Qaeda. ຖະ​ແຫຼງ​ການ​ດັ່ງ​ກ່າວ​​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Assad ຍົກ​ອອກ​ມາ​ພາຍຫຼັງ ອາ​ເມ​ລິ​ກາ ແລະ 5 ປະ​ເທດ ອາ​ຣັບ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ແນ​ໃສ່​ເປົ້າ​ໝາຍ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ​ໃນ​ຜືນ​ແຜ່ນ​ດິນ​ຂອງ ຊີ​ຣີ ດ້ວຍ​ບັນ​ດາ​ເຮືອ​ບິນ​ສູ້​ຮົບ, ເຮືອ​ບິນ​ຖີ້ມ​ລະ​ເບີດ ແລະ ລູກ​ສອນ​ໄຟ​ Tomahawk. ຕາມ​ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ​ ຊີ​ຣີ ແລ້ວ,​ ກຳ​ລັງ​ສຳ​ພັນ​ທະ​ມິດ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ​ໄດ​້ດັບ​ສູນພາກ​ສ່ວນ​ຫົວ​ຮຸນ​ແຮງ 120 ຄົນ, ໃນ​ນັ້ນ​ມີ​ສະ​ມາ​ຊິກ IS 70 ຄົນ ແລະ ມື​ປື​ນ al – Qaeda 50 ຄົນ. ອົງ​ການນີ້ກໍ່​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ກໍ່ມີ 300 ຄົນ​ຖືກ​ຮັບ​ບາ​ດ​ເຈັບ, ໃນ​ນັ້ນ 100 ຄົນ​ຖືກ​ບາດ​ເຈັບ​ໜັກໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ຕ່າງໆ.



ຂ່າວ/ບົດ​ອື່ນ