ປະທານາທິບໍດີຊີຣີ Bashar al Assad ປະກາດບໍ່ລາອອກຈາກຕຳແໜ່ງ

ປະທານາທິບໍດີຊີຣີ Bashar al Assad ປະກາດບໍ່ລາອອກຈາກຕຳແໜ່ງ - ảnh 1

(ພາບ:m.vietgiaitri.com)

(vovworld) -  ວັນ​ທີ 3/3, ປະທານາທິບໍດີ​ຊີຣີ Bashar al Assad ​ໄດ້​ປະກາດ​ວ່າ​ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ຈະ​ບໍ່ຍ້າຍ​ອອກ​ຈາກ​ປະ​ເທດ​ຊາດ. ​ໃນ​ການ​ຕອບ​ສຳພາດຕໍ່​ນັກ​ຂ່າວ Sunday Times ຂອງ​ອັງກິດ, ທ່ານ​ຢືນຢັນ​ວ່າ: ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ​ຈະ​ບໍ່​ສາມາດ​ຢຸດຕິ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ໃນ​ຕະຫຼອດ​ເວລາ 2 ປີຜ່ານມາ​ຢູ່​ຊີຣີ ​ໄດ້ ​ແລະ ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ບໍ່​ມີ​ການ​ກ່ຽວຂ້ອງ​ເຖິງ​ປະທານາທິບໍດີ ກໍ່​ຄື​ການຕັດສິນ​ໃຈ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ​ໃນ​ອະນາຄົດ. ​ໃນ​ຂະນະ​ນັ້ນ, ​​ເມື່ອ​ເຕື້ອງ​ເຖິງ​ແງ່​ຫວັງ​ແຫ່ງສັນຕິພາບ, ທ່ານ Bashar al Assad ​ໄດ້ປະກາດ​ວ່າ: ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ​ຝ່າຍ​ຄ້ານ​ເພື່ອ​ຢຸດຕິ​ສະພາບ​ວິ​ກິດ​ການ​ປະຈຸ​ບັນ ​ແຕ່​ທ່ານ​ເນັ້ນໜັກ​ວ່າ​ຈະ​ບໍ່​​ເຈລະຈາ​ກັບ “ພວກກໍ່​ການ​ຮ້າຍ​ປະກອບ​ດ້ວຍ​ກຳລັງອາວຸດ“ ທີ່​ໄດ້​ເຂັ່ນຂ້າ​ສາມັນ​ຊົນ ​ແລະ ທຳລາຍ​ປະ​ເທດ​ຊາດ. ກ່ຽວ​ກຂ້ອງ​ເຖິງ​ແຜນການ​ຜັນ​ຂະຫຍາຍ​ທະຫານ​ຢູ່​ຊີຣີ, ປະທານາທິບໍດີ​ຊີຣີ Bashar al Assad ​ໄດ້ປະຕິ​ເສດ​ຂ່າວ​ທີ່​ຖື​ວ່າ: ລັດ​ເຊຍ, ອີຣານ ​ແລະ ກຳລັງ Hezbollah ​ໄດ້​ສົ່ງ​ທະຫານ​ໄປ​ຍັງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ