ປະທານາທິບໍດີຝລັ່ງຍອມຮັບວ່າບັນດາເຫດບຸກໂຈມຕີທາງອາກາດແນໃສ່ຊີຣີບໍ່ນຳມາເຊິ່ງໝາກຜົນແຕ່ຢ່າງໃດ

(VOVWORLD) -ທ່ານປະທານາທິບໍດີຝລັ່ງ Emmanuel Macron ຍອມຮັບວ່າ ບັນດາເຫດບຸກໂຈມຕີທາງອາກາດຂອງກຳລັງທະຫານປະສົມອາເມລິກາ, ອັງກິດ, ຝລັ່ງ ແນໃສ່ຊີຣີ ໃນທ້າຍອາທິດຜ່ານມາແມ່ນ “ບໍ່ແກ້ໄຂໄດ້ບັນຫາໃດ”

ປະທານາທິບໍດີຝລັ່ງຍອມຮັບວ່າບັນດາເຫດບຸກໂຈມຕີທາງອາກາດແນໃສ່ຊີຣີບໍ່ນຳມາເຊິ່ງໝາກຜົນແຕ່ຢ່າງໃດ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບປະກອບ: AFP/TTXVN)

ແຕ່ເນັ້ນໜັກວ່າ 3 ປະເທດບັງຄັບຕ້ອງປະຕິບັດບາດກ້າວເດີນດັ່ງກ່າວເພື່ອປົກປ້ອງ “ກຽດສັກສີ” ຂອງປະຊາຄົມສາກົນ. ກ່າວຄຳເຫັນຕໍ່ລັດຖະສະພາເອີລົບ ໃນວັນທີ 17 ເມສາ, ເຖິງວ່າ ທ່ານປະທານາທິບໍດີ Macron ໄດ້ຍອມຮັບຄວາມຈິງດັ່ງກ່າວ, ແຕ່ຍັງຄົງຖືວ່າ ເລື່ອງກຳລັງທະຫານປະສົມອາເມລິກາ, ອັງກິດ, ຝລັ່ງ ດຳເນີນບັນດາເຫດບຸກໂຈມຕີທາງອາກາດແມ່ນສິ່ງ “ສຳຄັນ”. ທ່ານເນັ້ນໜັກວ່າ, ການເຄື່ອນໄຫວດັ່ງກ່າວໄດ້ຮັບການຜັນຂະຫຍາຍຕາມກົນໄກຫຼາຍຝ່າຍຖືກຕ້ອງຕາມກົດໝາຍ, ກໍ່ຄືຕາມວິທີບຸກໂຈມຕີຖືກເປົ້າໝາຍຫາກບໍ່ກໍ່ໃຫ້ເກີດຄວາມລົ້ມຫາຍຕາຍຈາກ, ຜ່ານນັ້ນໄດ້ທຳລາຍ 3 ຮາກຖານເຊິ່ງໄດ້ຮັບຖືວ່າແມ່ນບ່ອນຜະລິດ ຫຼື ເກັບຮັກສາອາວຸດເຄມີຢູ່ຊີຣີ.

      ແລະກໍ່ໃນວັນດຽວກັນ, ມີປະຊາຊົນນັບຮ້ອຍຄົນຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ ໄດ້ເຕົ້າໂຮມກັນຢູ່ນອກສຳນັກງານສະພາແຫ່ງຊາດຂອງປະເທດນີ້ ເພື່ອຄັດຄ້ານບັນດາເຫດບຸກໂຈມຕີທາງອາກາດທີ່ແນໃສ່ຊີຣີ ໂດຍມີການແຊກແຊງຂອງກອງທັບອັງກິດ. ບັນດາຜູ້ແຫ່ຂະບວນປະທ້ວງຖືວ່າ, ລັດຖະບານອັງກິດ ພວມເຮັດໃຫ້ສະພາບການຢູ່ພາກພື້ນ ແລະ ສາກົນຂາດສະຖຽນລະພາບ ແລະ ເປັນອັນຕະລາຍກວ່າ, ກໍ່ຄືເຮັດໃຫ້ການປະທະກັນລະຫວ່າງອັງກິດ ແລະ ຝ່າຍຕາເວັນຕົກເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ