ປະທານາທິບໍດີຢູແກຼນຈັດການປະຊຸມດ່ວນກັບບັນດານາຍພົນຊັ້ນນຳ

 ປະທານາທິບໍດີຢູແກຼນຈັດການປະຊຸມດ່ວນກັບບັນດານາຍພົນຊັ້ນນຳ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko
ພາບ:motthegioi.vn

(vovworld)- ​ວັນ​ທີ 4/8, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko ໄດ້​ຮຽກ​ໂຮມ​ການ​ປະ​ຊຸມ​ກັບ​ບັນ​ດາ​ນາຍ​ພົນ​ຊັ້ນ​ນຳ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຜັນ​ແປ​ຫລ້າ​ສຸດ ພາຍ​ຫລັງ​ບັນ​ດາ​ການ​ເຈ​ລະ​ຈາ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ກັບ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຖືກ​ປະ​ລາ​ໄຊ. ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ຄັດ​ຄຳ​ປາ​ໄສ​ຂອງ​​ ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko ​ເມື່ອ​ເນັ້ນ​ຫນັກ​ກັບ​ບັນ​ດາ​ສະ​ມາ​ຊິກສະ​ພາ​ປ້ອງ​ກັນ​​ຊາດ ແລະ ປ້ອງ​ກັນຄວາມ​ສະ​ຫງົບ​ແຫ່ງ​ຊາດ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ຫລັກ​ແຫລ່ງ ໂດຍ​ຊີ້​ແຈ້ງວ່າ: ​ພວກ​ເຮົາ​ຄວນ​ກຳ​ນົດ​ແຜນ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຢ່າງ​ຈະ​ແຈ້ງ​ໃນ​ກໍ​ລະ​ນີ​ການ​ປະ​ທະ​ກັນ​ປີນ​ຂັ້ນ​ໄດ​ຢູ່​ພາກ​ຕາ​ເວັນ​ອອກ. ກ່ອນ​ຫນ້ານັ້ນ, ວັນ​ທີ 3/8 ທ່ານ ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko ໄດ້​ສົ່ງ​ທູ​ດ​ພິ​ເສດ​ເຖິງ Minsk ເພື່ອ​ປຶກ​ສາ​ຫາ​ລື​ກັບ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ແລະ ບັນ​ດາ​ນັກ​ເຈ​ລະ​ຈາ​ຂອງ ລັດ​ເຊຍ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຖອນ​ ອາ​ວຸດ​ປະ​ເພດ​ ​ໃຫມ່.

ຂ່າວ/ບົດ​ອື່ນ