ປະທານາທິບໍດີລັດເຊຍແລະປະທານາທິບໍດີຜູ້ທີ່ຫາກໍ່ໄດ້ໄຊຊະນະໃນການເລືອກຕັ້ງອາເມລິກາຈະບໍ່ພົບກັນກ່ອນວັນທີ20/1

ປະທານາທິບໍດີລັດເຊຍແລະປະທານາທິບໍດີຜູ້ທີ່ຫາກໍ່ໄດ້ໄຊຊະນະໃນການເລືອກຕັ້ງອາເມລິກາຈະບໍ່ພົບກັນກ່ອນວັນທີ20/1 - ảnh 1
ພາບ​ປະ​ກອບ

(vovworld) - ​​​ວັນ​ທີ 15/11, ວັງ Kremlin ໃຫ້​ຮູ້​ວ່າ: ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຜ​ູ້​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ກາ​ນ​ເລືອກ​ຕັ້ງ​ Donald Trump ຈະ​ບໍ່​ມີ​ການ​ພົບ​ປະ​ກັນ​ກ່ອນ​ທີ່​ທ່ານ Trump ໄດ້​ຮັບ​​ດຳ​ລົງ​ຕ່ຳ​ແໜງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີໃນ​ວັນ​ທີ 20/1/2017. ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​​ທາງ​ໂທ​ລະ​ສັບໃນ​ວັນ​ທີ 14/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ແລະ ທ່ານ​ປະ​ທານ​ທິບໍ​ດີ​ຜ​ູ້​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ກາ​ນ​ເລືອກ​ຕັ້ງ​ Trump ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ເຮັດ​ວຽກ​ເພື່ອ​ມຸ່ງ​ໄປ​ເຖິງ “ການ​ຮ່ວມ​ມື​ມີ​ລັກ​ສະ​ນະ​ສ້າງ​ສັນ”, ໃນ​ນັ້ນ​ມີ​ບັ້​ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍ. ກ່ອນນັ້ນ, ທ່ານ Trump ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ພົບ​ປະ​ກັບ​ທ່ານ Putin. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ໂຄ​ສົກ​ວັງ Kremlin Dmitry Peskov ໃຫ້​ຮູ້​ວ່າ: ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເປັນ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ແລະ ​ທ່ານ Trump ນັບ​ແຕ່​ເມື່ອ​ທ່ານ Trump ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປີ 2016, 2 ຝ່າຍ​ບໍ່​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃດໆ​ກ່ຽວ​ກັບ​ກາ​ນ​ພົບ​ປະ​ກ່ອນ​ວັນ​ທີ 20/1/2017. ທ່ານ Peskov ກໍ່​ໃຫ້​ຮູ້​ວ່າ ທ່ານ Putin ແລະ Trump ບໍ່​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການຢູ່ ຢູ​ແກຼນ ຫຼື ທີ່​ຕັ້ງ​ບົດ​ບາດ​ຂອງ​ແຫຼມ Crimea.


ຂ່າວ/ບົດ​ອື່ນ