ປະທານາທິບໍດີອາເມລິກາຢືນຢັນການພົວພັນແບບຍືນຍົງກັບຝລັ່ງ

(VOVWORLD) - ໃນວັນທີ 13 ກໍລະກົດ, ທີ່ການເຈລະຈາລະຫວ່າງທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີອາເມລິກາ Donal Trump, ຢູ່ປາຣີ, ປະເທດຝລັ່ງ

ປະທານາທິບໍດີອາເມລິກາຢືນຢັນການພົວພັນແບບຍືນຍົງກັບຝລັ່ງ - ảnh 1 ປະທານາທິບໍດີອາເມລິກາຢືນຢັນການພົວພັນແບບຍືນຍົງກັບຝລັ່ງ

(ພາບ: AFP/ TTXVN)

2 ຝ່າຍໄດ້ເຕື້ອງເຖິງບັນດາເນື້ອໃນມີລັກສະນະສັນຍາລັກ ແລະ ປຶກສາຫາລືກ່ຽວກັບບາງຫົວເລື່ອງພົ້ນເດັ່ນຄື ບັ້ນຮົບຕ້ານລັດທິກໍ່ການຮ້າຍ, ທ່າອ່ຽງປົດປ້ອງ ແລະ ການພົວພັນດ້ານການຄ້າລະຫວ່າງ 2 ຝັ່ງມະຫາສະມຸດອັດລັງຕິກ. ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Donal Trump ຢືນຢັນວ່າ ການພົວພັນລະຫວ່າງອາເມລິກາ ແລະ ຝລັ່ງ ແມ່ນ “ບໍ່ອາດທຳລາຍໄດ້”. ວົງການນັກໄຈ້ແຍກຕີລາຄາວ່າ ເລື່ອງທ່ານປະທານາທິບໍດີ Macron ຄັດເລືອກຈຸດເວລາຈັດຕັ້ງສະເຫຼີມສະຫຼອງວັນຊາດຂອງຝລັ່ງ ເຊື່ອເຊື້ອເຊີນທ່ານປະທານາທິບໍດີ Donal Trump ຢ້ຽມຢາມ ມີຄວາມໝາຍສຳຄັນ, ອະນຸຍາດໃຫ້ການຢືນຢັນບັນດາການພົວພັນດ້ານປະຫວັດສາດເຊິ່ງໄດ້ຕິດພັນລະຫວ່າງ ຝລັ່ງ ແລະ ອາເມລິກາ ກໍຄືຕິດພັນອາເມລິກາ ກັບເອີລົບ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທ່ານ Macron ປັບປຸງການພົວພັນສ່ວນຕົວກັບທ່ານ Donal Trump, ເພື່ອແນໃສ່ມຸ່ງໄປເຖິງການພົວພັນ ແລະ ຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ