ປະທານາທິບໍດີ ອາເມລີກາ ກະຕຸກຊຸກຍູ້ສະພາສູງຮັບຮອງເອົາບ້ວງເງິນຊ່ວຍກູ້ 1.900 ຕື້ USD

(VOVWORLD) -ວັນທີ 27 ກຸມພາ ປະທານາທິບໍດີ ອາເມລີກາ ໂຈ ໄບເດນ ໄດ້ຊົມເຊີຍເລືອງ ສະພາຕ່ຳອາເມລີກາໄດ້ຮັບຮອງເອົາບ້ວງເງິນຊ່ວຍກູ້ໂລກລະບາດ ໂຄວິດ - 19 ທີ່ມີມູນຄ່າ 1.900 ຕື້ USD, ພ້ອມທັງກະຕຸກຊຸກຍູ້ສະພາສູງ ຈົ່ງມີບາດກ້າວເດີນເຊັ່ນດຽວກັນ
ປະທານາທິບໍດີ ອາເມລີກາ ກະຕຸກຊຸກຍູ້ສະພາສູງຮັບຮອງເອົາບ້ວງເງິນຊ່ວຍກູ້ 1.900 ຕື້ USD - ảnh 1ປະທານາທິບໍດີ ອາເມລີກາ ໂຈ ໄບເດນ

    ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽມຂາວໃນຕອນເຊົ້າວັນດຽວກັນ, ປະທານະທິບດີ ໄບເດນ ໄດ້ເນັ້ນໜັກວ່າ ບ້ວງເງິນຊ່ວຍກູ້ຄວນໄດ້ຮັບການຮັບຮອງໂດຍໄວ ຍ້ອນວ່າບໍ່ເຫຼືອເວລາເພື່ອເຮັດໃຫ້ສິ້ນເປືອງ. ບ້ວງເງິນຊ່ວຍໜູນດ້ານເສດຖະກິດຂອງອຳນາດການປົກຄອງປະທານະທິບໍດີ ໂຈ ໄບເດນ ມີຂອບຂະໜາດໃຫຍ່ທົບສອງເທົ່າ ເມື່ອທຽບໃສ່ບ້ວງເງິນໃສ່ບ້ວງເງິນຊ່ວຍໜູນ ເຊິ່ງສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາເມື່ອປີ 2020 ພາຍຫຼັງດຳເນີນການເຈລະຈາ ລະຫວ່າງພັກປະຊາທິປະໄຕ ແລະ ພັກສາທາລະນະເປັນເວລາຫຼາຍເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ