ປະທານາທິບໍດີ ອາເມລິກາ ປະກາດຈັດວາງອັດຕາພາສີໃຫມ່ສຳລັບສິນຄ້ານຳເຂົ້າຈາກຈີນ

(VOVWORLD) - ຕາມແຈ້ງການຂອງທຳນຽບຂາວໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວຂອງອຳນາດການປົກຄອງ ອາເມລິກາ ໄດ້ຍົກອອກມາໂດຍອີງໃສ່ໝາກຜົນຂອງການສຳຫຼວດທີ່ສະແດງໃຫ້ເຫັນວ່າ ຈີນ ...

ວັນທີ 17 ກັນຍາ, ໃນກະທຳສືບຕໍ່ເພີ່ມຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຈະຈັດວາງອັດຕາພາສີ 10% ສຳລັບປະລິມານສິນຄ້ານຳເຂົ້າຂອງຈີນ ທີ່ມີມູນຄ່າ 200 ຕື້ USD ນັບແຕ່ວັນທີ 24 ກັນຍາ ແລະ ຈະເພີ່ມໃນລະດັບ 25% ໃນຕົ້ນປີ 2019. ຕາມແຈ້ງການຂອງທຳນຽບຂາວໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວຂອງອຳນາດການປົກຄອງ ອາເມລິກາ ໄດ້ຍົກອອກມາໂດຍອີງໃສ່ໝາກຜົນຂອງການສຳຫຼວດທີ່ສະແດງໃຫ້ເຫັນວ່າ ຈີນ ໄດ້ມີບັນດານະໂຍບາຍກໍ່ຄືການເຄື່ອນໄຫວບໍ່ຍຸຕິທຳທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາ ແລະ ເຕັກໂນໂລຊີຂອງ ອາເມລິກາ. ທ່ານປະທານາທິບໍດີ Donald Trump ກໍ່ກ່າວເຕືອນວ່າ ຖ້າຫາກ ຈີນ ມີການກະທຳໂຕ້ຕອບທີ່ແນໃສ່ກຳມະກອນ ແລະ ບັນດາຂະແໜງອຸດສາຫະກຳອື່ນໆຂອງອາເມລິກາ, ອາເມລິກາ ຈະດຳເນີນໄລຍະ 3 ໃນການຈັດວາງພາສີສຳລັບ ສິນຄ້ານຳເຂົ້າທີ່ມີມູນຄ່າ 267 ຕື້ USD ຂອງຈີນໃນທັນທີ.

        ກ່ອນໜ້ານັ້ນ, ໃນວັນທີ 16 ກັນຍາ, ເຈົ້າໜ້າທີ່ ຈີນ ທ່ານໜຶ່ງໃຫ້ຮູ້ວ່າ ລັດຖະບານ ຈີນ ອາດຈະປະຕິເສດເຂົ້າຮ່ວມການເຈລະຈາດ້ານການຄ້າໃໝ່ກັບ ອາເມລິກາ ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນກັນຍານີ້ ຖ້າຫາກອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສືບຕໍ່ຈັດວາງອັດຕາພາສີເພີ່ມເຕີມສຳລັບບັນດາປະເພດສິນຄ້າຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ