ປະທານາທິບໍດີ ອາເມລິກາ ເປີດເຜີຍຈຸດເວລາດຳເນີນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) - ວັນທີ 20 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານລໍຄອຍການພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ໃນທ້າຍເດືອນໜ້າ. 
ປະທານາທິບໍດີ ອາເມລິກາ ເປີດເຜີຍຈຸດເວລາດຳເນີນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ - ảnh 1  ທ່ານປະທານາທິບໍດີ ອາເມລິກາ Donald Trump. (ພາບ: THX/TTXVN)

ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ບັນດາການພົບປະກັບຜູ້ຕາງໜ້າຂັ້ນສູງຂອງ ສປປ.ເກົາຫຼີ ຢູ່ ວໍຊິງຕັນ ໃນອາທິດຜ່ານມາແມ່ນດຳເນີນໄປເປັນຢ່າງດີ ທ່ານປະທານາທິບໍດີ Donald Trump ຖືວ່າ: ວົງການສື່ມວນຊົນຕີລາຄາບໍ່ຖືກຕ້ອງກ່ຽວກັບບັນດາບາດກ້າວຄືບໜ້າໃຫຍ່ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງສະແດງໃຫ້ເຫັນວ່າ ທ່ານລໍຄອຍຕໍ່ການພົບປະກັບການນຳ ສປປ.ເກົາຫຼີ ໃນທ້າຍເດືອນ ກຸມພາ.

        ທ່ານປະທານາທິບໍດີ Donald Trump ກໍ່ຢັ້ງຢືນວ່າ ໄດ້ເລືອກເອົາປະເທດເປັນເຈົ້າພາບຈັດຕັ້ງການພົບປະດັ່ງກ່າວແລ້ວ, ແຕ່ບໍ່ເຜີຍລາຍລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ