ປະທານາທິບໍດີ Abdel Fattah el – Sisi ໄດ້ຮັບເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 ຢ່າງເປັນທາງການ

(VOVWORLD) - ທ່ານປະທານາທິບໍດີ Abdel Fattah el – Sisi ໄດ້ຮັບເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 ເມື່ອໄດ້ຮັບບັດສະໜັບສະໜູນກ່ວາ 97%

ປະທານາທິບໍດີ Abdel Fattah el – Sisi ໄດ້ຮັບເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 ຢ່າງເປັນທາງການ - ảnh 1

ທ່ານປະທານາທິບໍດີ Abdel Fattah el – Sisi 

(ພາບ: AFP/TTXVN)

ວັນທີ 2 ເມສາ, ອົງການເລືອກຕັ້ງແຫ່ງຊາດ ອີຢິບ (NEA) ໄດ້ປະກາດໝາກຜົນທາງການຂອງການເລືອກຕັ້ງປະທານາທິບໍດີປີ 2018, ຕາມນັ້ນແລ້ວ, ທ່ານປະທານາທິບໍດີ Abdel Fattah el – Sisi ໄດ້ຮັບເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 ເມື່ອໄດ້ຮັບບັດສະໜັບສະໜູນກ່ວາ 97%. ນີ້ແມ່ນໝາກຜົນບໍ່ເປັນໜ້າຕົກຊະເງີ້ ຍ້ອນວ່າດ້ວຍອິດທິພົນຊື່ສຽງ ແລະ ບັນດາຜົນງານທີ່ບັນລຸໄດ້ໃນອາຍຸການທຳອິດ, ການນຳ ອີຢິບ ໄດ້ຮັບການຄາດຄະເນວ່າຈະບໍ່ປະສົບກັບສິ່ງທ້າທາຍໃດໆຈາກຄູ່ແຂ່ງໜຶ່ງດຽວແມ່ນທ່ານ Moussa Mostafa Moussa, ປະທານພັກ Ghad, ໃນການເລືອກຕັ້ງແກ່ຍາວເປັນເວລາ 3 ວັນ (ແຕ່ວັນທີ 26 – 28 ມີນາ).

        ໃນອາຍຸການໃໝ່, ທ່ານ el – Sisi ອາດຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນສະພາບການທີ່ປະເທດ ອີຢິບ ພວມຕ້ອງປະເຊີນໜ້າກັບໄພນາບຂູ່ຈາກລັດທິກໍ່ການຮ້າຍ, ພື້ນຖານເສດຖະກິດຍັງບໍ່ທັນຫລຸດພົ້ນອອກຈາກສະພາບການມືດມົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ. ທ່ານປະທານາທິບໍດີ el –Sisi ຈະຕ້ອງປະຕິບັດບັນດານະໂຍບາຍ, ລັດຖະນະໂຍບາຍ ແລະ ບັນດາມາດຕະການຄົບຊຸດເພື່ອນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ຕອບກັບ

ຂ່າວ/ບົດ​ອື່ນ