ປະທານາທິບໍດີ Donald Trump ຈະນຳໜ້າຄະນະຜູ້ແທນອາເມລິກາເຂົ້າຮ່ວມການເຈລະຈາດ້ານການຄ້າກັບຈີນ

(VOVWORLD) -ວັນທີ 03 ທັນວາ, ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ໄດ້ແຈ້ງວ່າ

ປະທານາທິບໍດີ  Donald Trump ຈະນຳໜ້າຄະນະຜູ້ແທນອາເມລິກາເຂົ້າຮ່ວມການເຈລະຈາດ້ານການຄ້າກັບຈີນ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບປະກອບ: THX/TTXVN)

ທ່ານປະທານາທິບໍດີ Donald Trump ຈະນຳໜ້າຄະນະຜູ້ແທນອາເມລິກາ ເຂົ້າຮ່ວມການເຈລະຈາດ້ານການຄ້າກັບຈີນ, ພ້ອມກັບບັນດາເຈົ້າໜ້າໃນຄະນະລັດຖະບານອາເມລິກາ. ທ່ານ Mnuchin ໃຫ້ຢັ້ງຢືນວ່າ, ເລື່ອງ “ຢຸດຕິສົງຄາມ” ການຄ້າລະຫວ່າງການນຳອາເມລິກາ - ຈີນ ທີ່ການພົບປະ 2 ຝ່າຍ ຢູ່ນອກກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ຜ່ານມາ ມີລັກສະນະເປັນ “ບາດລ້ຽວ” ດ້ວຍຄຳໝັ້ນສັນຍາຢ່າງຈະແຈ້ງຈາກຝ່າຍປັກກິ່ງ ທີ່ວ່າ ຈະມີ “ຂໍ້ຕົກລົງຢ່າງແທ້ຈິງ” ເພື່ອແກ້ໄຂຄວາມວິຕົກກັງວົນຂອງວໍຊິງຕັນ. ເຖິງຢ່າງໃດກໍ່ຕາມ, ທ່ານເນັ້ນໜັກວ່າ, ອາເມລິກາ ຕ້ອງເຫັນໄດ້ “ສິ່ງໃດໜຶ່ງທີ່ລະອຽດ” ຈາກຝ່າຍຈີນ ພາຍໃນເວລາ 90 ວັນຈະມາເຖິງ ເພື່ອແນໃສ່ສ້າງຂໍ້ຕົກລົງຢ່າງແທ້ຈິງ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ Donald Trump ໄດ້ແຕ່ງຕັ້ງຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ເປັນຜູ້ຮັບຜິດຊອບຮອບເຈລະຈາດ້ານການຄ້າຕໍ່ໄປກັບຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ