ປະທານາທິບໍດີ D.Trump ຍ້ອງຍໍຊົມເຊີຍໄຊຊະນະຕໍ່ພັກປະຊາທິປະໄຕໃນການພິຈາລະນາໂທດ

(VOVWORLD) -ທ່ານປະທານາທິບໍດີ D.Trump ຖະແຫຼງວ່າ ທ່ານຖືກປະພຶດໂດຍບໍ່ມີຄວາມຍຸຕິທຳ

ປະທານາທິບໍດີ D.Trump ຍ້ອງຍໍຊົມເຊີຍໄຊຊະນະຕໍ່ພັກປະຊາທິປະໄຕໃນການພິຈາລະນາໂທດ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບ: THX/TTXVN)

ວັນທີ 06 ກຸມພາ, ທ່ານປະທານາທິບໍດີ Donald Trump ມີບົດກ່າວປາໄສຢູ່ທຳນຽບຂາວ ພາຍຫຼັງສະພາສູງອາເມລິກາ ປະຕິເສດ 2 ມາດຕາພິຈາລະນາໂທດທ່ານວ່າແມ່ນໃຊ້ສິດອຳນາດເກີນຂອບເຂດ ແລະ ກີດຂວາງສະພາແຫ່ງຊາດ. ນີ້ແມ່ນຖະແຫຼງການຢ່າງເປັນທາງການຂອງທ່ານກ່ຽວກັບການພິຈາລະນາໂທດໂດຍພັກປະຊາທິປະໄຕດຳເນີນ.

          ໃນບົດກ່າວປາໄສ, ທ່ານປະທານາທິບໍດີ D.Trump ຖະແຫຼງວ່າ ທ່ານຖືກປະພຶດໂດຍບໍ່ມີຄວາມຍຸຕິທຳ, ພ້ອມທັງກ່າວປະນາມບັນດາຄວາມມານະພະຍາຍາມຂອງພັກປະຊາທິປະໄຕຢ່າງຮຸນແຮງ ເມື່ອຖືວ່ານັ້ນແມ່ນອັນ “ຊົ່ວຮ້າຍ” ແລະ ບັນດາຜູ້ “ລໍ້ລວງ”. ນອກນັ້ນ, ທ່ານ D.Trump ກໍຕຳໜິຕຳຕຽນທ່ານນາງປະທານສະພາຕ່ຳອາເມລິກາ Nancy Pelosi, ທ່ານ Adam Schiff, ຫົວໜ້າກຸ່ມນັກໄອຍະການຂອງສະພາຕ່ຳໃນການພິຈາລະນາໂທດ ແລະ ບັນດາສະມາຊິກລັດຖະສະພາອື່ນຂອງພັກປະຊາທິປະໄຕຢ່າງຮຸນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ