ຊາວ ຊີຣີ ກັບຄືນສູ່ຊີວິດເປັນປົກກະຕິ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld) – ວັນທີ 2/3, ທ່ານປະທານາທິບໍດີ ຊີຣີ Bashar al – Assad ໃຫ້ຄຳໝັ້ນສັນຍາຈະ “ປະຕິບັດຄວາມຮັບຜິດຊອບຂອງຕົນ” ເພື່ອຮັບປະກັນຜົນສຳເລັດຂອງຂໍ້ຕົກລົງຢຸດຍິງທ່ີພວມໄດ້ຮັບການປະຕິບັດໃນ 4 ວັນຜ່ານມາ. ທ່ານ Assad ກໍ່ເນັ້ນໜັກວ່າຂໍ້ຕົກລົງຢຸດຍິງ, ໂດຍລັດເຊຍ ແລະ ອາເມລິກາ ເປັນຄົນກາງໄກ່ເກ່ຍ, ນຳມາເຊິ່ງ “ຄວາມມຸ່ງຫວັງ” ໃຫ້ແກ່ ຊີຣີ, ບ່ອນທີ່ມີປະຊາຊົນກ່ວາ 270.000 ຄົນເສຍຊີວິດຍ້ອນການປະທະກັນຢ່າງສັບສົນ ແລະ ຍືດເຍື້ອຍາວນານໃນປະຈຸບັນ. ທ່ານປະທານາທິບໍດີ Assad ໃຫ້ຮູ້ວ່າ: ຝ່າຍກຳລັງລັດຖະບານ ຊີຣີ ໄດ້ລະງັບໃຈໃນການໂຕ້ຕອບ, ເພື່ອສ້າງກາລະໂອກາດໃຫ້ຂໍ້ຕົກລົງນີ້ຄົງຄ້າງໄວ້. ເຖິງຢ່າງໃດກໍຕາມ, ທ່ານກໍ່ເນັ້ນໜັກວ່າ: “ທຸກຢ່າງລ້ວນແຕ່ມີຂໍ້ຈຳກັດ ແລະ ອີງໃສ່ຝ່າຍກົງກັນຂ້າມ”. ທ່ານກໍ່ຍັງໃຫ້ຮູ້ຕື່ມອີກວ່າ: ຈະອະໄພຍະໂທດໃຫ້ບັນດາມືປືນຝ່າຍຄ້ານຖ້າຫາກເຂົາເຈົ້າຍອມປົດອາວຸດ.