(vovworld) - ທ່ານປະທານາທິບໍດີ ປາແລດສະຕີນ Mahmoud Abbas ໄດ້ບົ່ງຕົວທ່ານ Rami Hamdullad ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້, ແທນໃຫ້ທ່ານນາຍົກລັດຖະມົນຕີ Salam Fayyad ຜູ້ຫາກໍ່ລາອອກຈາກຕຳ່ແໜ່ງ. ທ່ານ Rami Hamdullad, ເຊິ່ງແມ່ນສະມາຊິກພັກ Fatad ຂອງປະທານາທິບໍດີ Mahmoud Abbas, ແມ່ນຜູ້ບໍ່ມີບົດຮຽນດ້ານການເມືອງຫຼາຍ. ຄຳຕັດສິນດັ່ງກ່າວຂອງປະທານາທິບໍດີ Mahmoud Abbas ໄດ້ຮັບການປະກາດເມື່ອຕອນບ່າຍວັນທີ 2/6. ປະທານາທິບໍດີ Mahmoud Abbas ກໍ່ຮຽກຮ້ອງໃຫ້ທ່ານ Rami Hamdullad ສ້າງຕັ້ງລັດຖະບານໃໝ່.