ປີ 2017, ການເຊື່ອມໂຍງເຂົ້າກັບສາກົນ ດຳເນີນໄປຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວປະເທດ

(VOVWORLD) - ສິ່ງເປັນໜ້າສົນໃຈ ນັ້ນແມ່ນການເຄື່ອນໄຫວນີ້ ຖືກດຳເນີນຢ່າງທົ່ວເຖິງ ຈາກສູນກາງລົງຮອດບັນດາແຂວງ, ນະຄອນ.

ກ່າວຄຳເຫັນທີ່ກອງປະຊຸມຜ່ານທາງເຄືອຂ່າຍອິນເຕີແນັດລະຫວ່າງລັດຖະບານ ແລະ ບັນດາທ້ອງຖິ່ນໃນຕອນເຊົ້າວັນທີ 29 ທັນວາ ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຕີລາຄາການເຄື່ອນໄຫວຕ່າງປະເທດປີ 2017 ຂອງ ຫວຽດນາມ ແມ່ນສຳເລັດຜົນທີ່ສຸດ. ສິ່ງເປັນໜ້າສົນໃຈ ນັ້ນແມ່ນການເຄື່ອນໄຫວນີ້ ຖືກດຳເນີນຢ່າງທົ່ວເຖິງ ຈາກສູນກາງລົງຮອດບັນດາແຂວງ, ນະຄອນ. ຕົວຢ່າງຄືບັນດາການເຄື່ອນໄຫວໃນປີ APEC 2017 ໄດ້ຮັບການປະຕິບັດຢູ່ 10 ແຂວງ, ນະຄອນ ແລະ ມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການເກືອບທັງໝົດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຢືນຢັນວ່າ:

        “ສິ່ງທີ່ໜ້າເວົ້າເຖິງແມ່ນ ໃນປີ 2017, ຜ່ານບັນດາການໄປປະຕິບັດງານຂອງການນຳບັນດາແຂວງ, ນະຄອນເຖິງປະເທດຕ່າງໆ, ຈຳນວນເອກະສານຂໍ້ຕົກລົງລະຫວ່າງທ້ອງຖິ່ນກັບທ້ອງຖິ່ນ, ລະຫວ່າງທ້ອງຖິ່ນກັບວິສາຫະກິດກໍ່ໄດ້ເພີ່ມຂຶ້ນຫລາຍສະບັບ. ໂດຍລະອຽດແມ່ນ ໄດ້ລົງນາມໃນຂໍ້ຕົກລົງສາກົນ 210 ສະບັບ, ໃມນັ້ນ ມີ 103 ຂໍ້ຕົກລົງແມ່ນເຊັນກັບອຳນາດການປົກຄອງທ້ອງຖິ່ນ, 107 ຂໍ້ຕົກລົງແມ່ນເຊັນກັບວິສາຫະກິດຕ່າງປະເທດ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ການເຊື່ອມໂຍງເຂົ້າກັບສາກົນໃນທົ່ວປະເທດ ແມ່ນຕັ້ງໜ້າທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ