ປີ2014ແມ່ນປີສຳເລັດຜົນ ໃນການບໍລິຫານນະໂຍບາຍການເງິນ
(ພາບປະກອບ)
(vovworld) - ໃນລາຍການປະຊາຊົນຖາມ ລັດຖະມົນຕີວ່າການຕອບ, ຜູ້ວ່າການທະນາຄານແຫ່ງລັດ ຫງວຽນວັນບິ່ງ ແບ່ງປັນວ່າ: ປີ 2014, ໃນບັນດາຜົນງານທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດຊາດ, ແມ່ນມີການປະກອບສ່ວນຂອງລະບົບທະນາຄານ. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຕໍ່ການເຄື່ອນໄຫວຂອງລະບົບທະນາຄານນັບມື້ນັບໄດ້ຮັບການປັບປຸງ. ທ່ານໃຫ້ຮູ້ວ່າ: ໃນຕະຫຼອດໄລຍະຜ່ານມາ, ວຽກງານຄາດຄະເນ ແລະ ໄຈ້ແຍກຂອງທະນາຄານບັນລຸໄດ້ຜົນງານດີທີ່ສຸດ. ດັ່ງນັ້ນການຄາດຄະເນອັດຕາແລກປ່ຽນ USD ໃນລະດັບບໍ່ເກີນ 2% ແມ່ນສາມາດປະຕິບັດໄດ້. ຜູ້ວ່າການທະນາຄານແຫ່ງລັດ ຫງວຽນວັນບິ່ງ ເນັ້ນໜັກວ່າ:
“ປີ 2014, ທະນາຄານແຫ່ງລັດໄດ້ຊື້ເງິນຕາຕ່າງປະເທດດ້ວຍຈຳນວນຫຼາຍ. ເມື່ອທະນາຄານແຫ່ງລັດປະກາດບໍ່ດັດປັບອັດຕາແລກປ່ຽນເງິນຕາຕ່າງປະເທດແລ້ວ, ທະນາຄານແຫ່ງລັດຈະປະຕິບັດຄືແນວນັ້ນ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນຕື່ມອີກ. ກ້າວເຂົ້າສູ່ປີ 2015, ນັບແຕ່ຕົ້ນປີ, ບັນດາວິສາຫະກິດໄດ້ເປັນເຈົ້າການວາງແຜນການຜະລິດດຳເນີນທຸລະກິດຂອງຕົນ. ສຳລັບບັນດາວິສາຫະກິດນຳເຂົ້າເມື່ອເຫັນໄດ້ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ, ເຂົາເຈົ້າຈະເປັນເຈົ້າການປັບປຸງແຜນການການເງິນຂອງຕົນ“.