(ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ວ່າການກະຊວງການຕ່າງປະເທດ ຫວຽດນາມ)
(vovworld) - ປີ 2015 ແມ່ນປີປະສົບຜົນສຳເລັດຂອງການພົວພັນ 2 ຝ່າຍ ຫວຽດນາມ - ອາເມລິກາ ນັ້ນແມ່ນຂໍ້ສັງເກດຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ John Kerry ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ທີ່ການໂອ້ລົມທາງໂທລະສັບໃນວັນທີ 06/01 ເນື່ອງໃນໂອກາດປີໃໝ່ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ບາງບັນຫາພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ທ່ານ John Kerry ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ເຫັນດີເປັນເອກະສັນວ່າ: 2 ຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອປັບປຸງການພົວພັນ ແລະ ເພີ່ມທະວີການຮ່ວມມື, ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນ. 2 ຝ່າຍກໍ່ແລກປ່ຽນບາງບັນຫາຢູ່ພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນ ມີສະພາບການຢູ່ທະເລຕາເວັນອອກ. ທ່ານ ຟ້າມບິ່ງມິງ ແລະ ທ່ານ John Kerry ກໍ່ຖືວ່າ: ໃນປີ 2015 ການພົວພັນລະຫວ່າງ ອາຊຽນ - ອາເມລິກາ ໄດ້ມີບາດກ້າວສຳຄັນຍິ່ງ, ພິເສດ ແມ່ນການສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ແລະ ໃນໄລຍະຈະມາເຖິງ ບັນດາປະເທດ ອາຊຽນ ແລະ ອາເມລິກາ ຄວນຕັ້ງໜ້າຮ່ວມມື ເພື່ອພັດທະນາການພົວພັນດັ່ງກ່າວໃຫ້ດີຍິ່ງກ່ວາອີກ.