ຜັນຂະຫຍາຍທຸກມາດຕະການເພື່ອ ຄວບຄຸມໂລກໄຂ້ຫວັດສັດປີກ

ຜັນຂະຫຍາຍທຸກມາດຕະການເພື່ອ ຄວບຄຸມໂລກໄຂ້ຫວັດສັດປີກ - ảnh 1
ຄວບຄຸມໄຂ້ຫວັດສັກປີກ
ພາບປະກອບ (ພາບ:kinhtenongthon.vom.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/2 ຢູ່ ຮ່າ​ໂນ້ຍ, ທ່ານ ກາວ​ດຶກ​ຟາດ,​ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ກັບ​ບັນດາ​ສະມາຊິກ​ໃນ​ຄະນະ​ຊີ້​ນຳ​​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກ​ໄຂ້ຫວັດ​ສັດ​ປີກ, ປຶກສາ​ຫາລື​ມາດ​ຕະການ​ຮີບ​ດ່ວນ​ເພື່ອ​ສະກັດ​ກັ້ນ​ໂລກ​ໄຂ້​ຫວັດ​ສັກ​ປີກ​ທີ່​ພວມ​ແຜ່​ລາມ​ອອກ​ຢູ່​ທັງ​ 3 ພາກ​ໃນ​ທົ່ວ​ປະ​ເທດ. ຕາມ​ທ່ານ​ລັດຖະມົນຕີ​ ກາວ​ດຶກ​ຟາດ ​ແລ້ວ, ​ໃນ​ຈຸດ​ເວລາ​ປະຈຸ​ບັນ ​ໃຫ້​ບຸລິມະສິດ​ຕົ້ນຕໍ ​ແມ່ນ​ສະກັດ​ກັ້ນ​ໂລກລະບາດ​ແຜ່​ລາມ​ອອກ, ຮັກສາ​ສຸຂະພາບ​ໃຫ​້​ແກ່​ປະຊາຊົນ ​ແລະ ບັນ​ເທົາ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຂະ​ແຫນງ​ລ້ຽງສັດ. ທ່ານ​ລັດຖະມົນຕີ ກາວ​ດືກຟາດ ຍັງ​ສະ​ເຫ​ນີ​ໃຫ້​ກົມ​ສັດຕະວະ​ແພດ ຕ້ອງ​ເອົາ​ສ່ວນ​ຕົວຢ່າງ, ຕິດຕາມ​ກວດກາ​ ສະພາບ​​ການ​ເກິ​ດ​ໄຂ້ຫວັດ​ສັກ​ປີກ ຢູ່​ບາງ​ທ້ອງ​ຖິ່ນ​ກໍ​ຄື​ບັນດາ​ແຖບ​ຖິ່ນ ​ເພື່​ອ​ເປັນ​ພື້ນຖານ​ດຳ​ເນີນ​ການ​ສັກ​ຢາປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ