ຜັນຂະຫຍາຍບ້ວງເງິນ 2.000 ຕື້ດົ່ງໜູນຊ່ວຍສ້າງເຮືອນຢູ່ສັງຄົມໂດຍໄວ

(VOVWORLD) - ໃນໄຕມາດທີ 2 ຜ່ານມາ, ທົ່ວປະເທດໄດ້ສຳເລັດການລົງທຶນກໍ່ສ້າງ 184 ໂຄງການເຮືອນຢູ່ສັງຄົມ, ດ້ວຍຂອບຂະໜາດ 72.000 ອາພາດເມັນ. ບັນດາທ້ອງຖິ່ນພວມຜັນຂະຫຍາຍ 195 ໂຄງການ, ດ້ວຍຂອບຂະໜາດການກໍ່ສ້າງ 165.000 ອາພາດເມັນ. 
ຜັນຂະຫຍາຍບ້ວງເງິນ 2.000 ຕື້ດົ່ງໜູນຊ່ວຍສ້າງເຮືອນຢູ່ສັງຄົມໂດຍໄວ - ảnh 1 ການປະຊຸມຂ່າວຂອງກະຊວງກໍ່ສ້າງ

ນີ້ແມ່ນຂໍ້ມູນຂ່າວໂດຍກະຊວງກໍ່ສ້າງສະເໜີໃຫ້ຮູ້: ປະຈຸບັນ, ພວມສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແກ້ໄຂຄວາມຫຍຸ້ງຍາກ ກ່ຽວກັບການຈັດແບ່ງແຫຼ່ງທຶນງົບປະມານເພື່ອຜັນຂະຫຍາຍບັນດາໂຄງການເຮືອນຢູ່ສັງຄົມຈຸດສຸມ. ໃນນັ້ນ, ສຸມໃສ່ແກ້ໄຂບັນດາບັນດາລະບຽບການບໍລິຫານ, ໜູນຊ່ວຍວິສາຫະກິດກູ້ຢືມທຶນເພື່ອສົ່ງເສີມ, ລະດົມບັນດາແຫຼ່ງກຳລັງໃຫ້ພັດທະນາເຮືອນຢູ່ສັງຄົມ. ສຳລັບບ້ວງເງິນ 2.000 ຕື້ດົ່ງເພື່ອໜູນຊ່ວຍພັດທະນາເຮືອນຢູ່ສັງຄົມທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ, ກະຊວງກໍ່ສ້າງສະເໜີໃຫ້ທະນາຄານນະໂຍບາຍສັງຄົມຮີບດ່ວນຕ້ອນຮັບເອົາແຫຼ່ງທຶນຢ່າງຮີບດ່ວນ, ຜັນຂະຫຍາຍການໃຫ້ກູ້ຢືມທຶນໃນປີນີ້ໃນທັນທີ. ບັນດາທ້ອງຖິ່ນກວດກາຄືນບັນດາໂຄງການເຮືອນຢູ່ທີ່ໄດ້ຮັບການລົງທຶນຈາກງົບປະມານຂອງລັດ, ໃນນັ້ນມີບັນດາໂຄງການເຮືອນຢູ່ທີ່ສະຫງວນໃຫ້ນັກສຶກສາເພື່ອຫັນປ່ຽນໄປສູ່ໂຄງການເຮືອນຢູ່ຕາມຮູບແບບຫັນເປັນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ