ຜັນຂະຫຍາຍໂຄງການກໍ່ສ້າງໂຮງງານ ສ້ອມແປງກຳປັ່ນທະເລ Vinalines ທາງພາກໃຕ້.

(vovworld) - ​ໂຄງການ​ລົງທຶນ​ກໍ່ສ້າງ​ໂຮງງານ​ສ້ອມ​ແປງ​ກຳ​ປັ່ນ​ທະ​ເລ Vinalines ທາງ​ພາກ​ໃຕ້​ຫວຽດນາມ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຫາ​ກໍ​ມອບ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ແນະນຳ​ໃຫ້​ບໍລິສັດ​ໃຫຍ່​ການ​ເດີນ​​ເຮືອທະ​ເລ​ຫວຽດນາມ ​ຜັນ​ຂະຫຍາຍ​ບັນຊີ​ລາຍ​ຊື່​ຫນ້າ​ວຽກ​ຂອງ​ໂຄງການ​ນີ້. ນີ້​ແມ່ນ​ໂຄງການ​ສຳຄັນ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ສ້ອມ​ແປງ​ກຳ​ປັ່ນ​ຂອງ​ບໍລິສັດ​ໃຫຍ່​ການ​ເດີນ​ເຮ​ືອທະ​ເລ​ຫວຽດນາມ ​ເພື່​ອເປັນ​ເຈົ້າ​ການ​ໃນ​ແຜນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຂຸດ​ຄົ້ນ​ກຳ​ປັ່ນ​ຂອງ​ບໍລິສັດ​ໃຫຍ່​ການ​ເດີນ​ເຮືອ​ທະ​ເລ​ຫວຽດນາມ ​ແລະ ປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຂະ​ແຫນງ​ອຸດສາຫະກຳ​ສ້ອມ​ແປງ ​ແລະ ບໍລິການ​ດ້ານ​ເຕັກນິກ​ກຳ​ປັ່ນ​ຫວຽດນາມ. ​ໂຄງການ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ ​ແລະ ຂະ​ແຫນງ​ການ​ເດີນ​​ເຮືອ​ທະ​ເລ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ