ຜັນຂະຫຍາຍໂຄງການເກາະຊາວຫນຸ່ມທົ່ວປະເທດໄລຍະ2013-2020

 

ຜັນຂະຫຍາຍໂຄງການເກາະຊາວຫນຸ່ມທົ່ວປະເທດໄລຍະ2013-2020  - ảnh 1
ການດຳລົງຊີວິດຂອງປະຊາຊົນຢູ່ເກາະຊາວຫນຸ່ມແບກລອງຫວີ
ພາບ:tienphong.vn


(vovworld)- ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​​ໂຄງການ​ເກາະ​ຊາວ​ຫນຸ່ມ​ທົ່ວ​ປະ​ເທດ​ໄລຍະ 2013-2020 ຊື່​ງດ​ຳ​ເນີນ​ໄປ​ໃນ​ວັນ​ທີ 26/7 ຢູ່ ຮ່າ​ໂນ້ຍ, ທ່ານ ຟ້າ​ມ​ແທງ​ບີ​ງ, ປະທານ​ເມືອງ​ເກາະ ກົນ​ກໍ໋ ​ແຂວງ ກວາງ​ຈີ້ ​ໃຫ້​ຮູ້​ວ່າ: ​ເກາະ​ຊາວ​ຫນຸ່ມ ກົນ​ກໍ໋ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ເມື່ອ​ປີ 2002. ​ໃນ​ວິວັດ​ການ​ສ້າ​ງຕັ້ງ ​ແລະ ພັດທະນາ, ກຳລັງ​ຊາວ​ຫນຸ່ມ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ. ທ່ານ ຟ້າ​ມ​ແທງ​ບີ​ງ ​ໃຫ້​ຮູ້​ວ່າ:

        “ຈາກ​ ສູນ​ກາງຄະນະ​ຊາວ​ຫນຸ່ມ ຕະຫລອດ​ຮອດ​ຄະນະ​ຊາວ​ຫນຸ່ມ​ແຂວງ, ​ເມືອງ ພ້ອມ​ກັບ​ອຳນາດ​ການ​ປົກ​ຄອງທຸກຂັ້ນ​ທີ່​ມີ​ເກາະ ​ໄດ​້ຮັບ​ການ​ເລືອກ​ເຟັ້ນ​ເພື່ອກໍ່ສ້າງ​ເກາະຊາວ​ຫນຸ່ມ. ຖ​​້າຫາກ​ສ​້າງຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ເປັນ​ເອກະ​ພາບ​ສູງ​ໃນ​ການ​ສ້າງ​ແຜນ​ນະ​ໂຍບາຍ, ​ເລື່ອງ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ການ​ປະຕິບັດ​ໂຄງການ​ຈະ​ສະ​ດວດ​ກວ່າ. ບັນຫາ​ທີ​ສອງ ຕ້ອງ​ຮັບປະກັນ​​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ​​ໃຫ້​ແກ່​ຊາວ​ຫນຸ່ມ​ກໍ່ສ້າງ​ເກາະ. ​ໃນ​ຈຳນວນ​ຊາວ​ຫນຸ່ມ​ຕະລຸມບອນ​ມາ​ກໍ່ສ້າງ​​ເກາະ ຄວນ​ຄັດ​ເລືອກ​ຜູ້​ມີຄວາ​ມສາມາດ​ເຄື່ອນ​ໄຫວ​ຢູ່​ທະ​ເລ,​ ມີລະດັບ​ຄວາມ​ຮູ້, ປະ​ກອບ​ສ່ວນ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ.”

        ​ໂຄງການ​ເກາະ​ຊາວ​ຫນຸ່ມ​ທົ່ວ​ປະ​ເທດ​ໄລຍະ 2013-2020 ​ໂດຍ​ສູນ​ກາງ​ ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ສ້າງ​ຕັ້ງ​ຂຶ້ນ ດ້ວຍ​ຈຸດໝາຍ​ ຮັບ​ປະມານ 590 ຄອບຄົວ ​ຊາວ​ຫນຸ່ມ​ຕະລຸມ​ບອນ​ມາ​ກໍ່​ຮ່າງ​ສ້າງ​ຕົວ​ຢູ່​ເກາະ, ປັບປຸງ ​ແລະ ສ້າງ​ຕັ້ງ​ຄະນະ​ຊາວ​ຫນຸ່ມ​ຕະລຸມບອນ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ,  ສ້າງ​ເປັນ​ກຳລັງ​ພົນ​ລະ​ພັກ. ​ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ເກາະ ​ແບກ​ລອງ​ຫວີ(ນະຄອນ​ຫາຍ​ຟ່ອງ) ​ແລະ ກົນ​ກໍ໋ (​ແຂວງ​ກວາງ​ຈີ້)​ແລ້ວ, ​ເກາະ​ໃຫມ່ 3 ​ແຫ່ງ ຈະ​ໄດ້​ຮັບ​ການ​ກໍ່ສ້າ​ງເປັນ​ເກາະ​ຊາວ​ຫນຸ່ມ ນັ້ນ​ແມ່ນ:  ​ເກາະ​ເຈີ​ນ (​ແຂວງ​ກວ໋າງນີງ), ຮ່ອນ​ຈວຍ(​ແຂ​ວງ ​ກາ​ເມົາ), ​ໂຖ​ເຈົາ(​ແຂວງ​ກຽນ​ຢາງ). ​ການ​ຜັນ​ຂະຫຍາຍ​ການກໍ່​ສ້າງ ​ເກາະ​ຊາວ​ຫນຸ່ມ​ໃຫມ່ 3 ​ແຫ່ງ​ນີ້ ຈະ​ເລີ່​ມຕົ້ນ​​ແຕ່​ປີ 2015.

ຂ່າວ/ບົດ​ອື່ນ