ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານກ້າວເຂົ້າສູ່ການໂຕ້ວາທີຄັ້ງສຸດທ້າຍ
ທ່ານນາງ Hillary Clinton
|
(vovworld) – ຕອນຄ່ຳວັນທີ 19/10, ຕາມເວລາທ້ອງຖິ່ນ, ຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ຂອງພັກ ປະຊາທິປະໄຕ ທ່ານນາງ Hillary Clinton ແລະ ຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ຂອງພັກສາທາລະນະ ທ່ານ Donald Trump ເລີ່ມກ້າວເຂົ້າສູ່ການໂຕ້ວາທີໂດຍກົງຄັ້ງທີ 3 ແລະ ກໍ່ແມ່ນຄັ້ງສຸດທ້າຍໃນບັ້ນເຄື່ອນໄຫວຫາສຽງເລືອກຕັ້ງປະທານາທິບໍດີ ອາເມລີກາປີ 2016. ການໂຕ້ວາທີຖືກໄດ້ດຳເນີນຢູ່ຫໍປະຊຸມຂອງມະຫາວິທະຍາໄລ Nevada ນະຄອນ ລາດເວກາດ, ລັດ ເນວາດາ ແລະ ໄດ້ຖ່າຍທອດສົດທາງໂທລະພາບໃນທົ່ວປະເທດ. ການໂຕ້ວາທີແກ່ຍາວເປັນເວລາ 90 ນາທີ ແລະ ໄດ້ແບ່ງເປັນ 6 ວາລະດ້ວຍບັນດາຫົວຂໍ້ປຶກສາຫາລືກ່ຽວກັບໜີ້ສິນ ແລະ ບັນດາສິດອຳນາດ, ການເຂົ້າເມືອງ, ເສດຖະກິດ, ນະໂຍບາຍການຕ່າງປະເທດ, ສານສູງສຸດ ແລະ ມາດຕະຖານເພື່ອກາຍເປັນປະທານາທິບໍດີ ອາເມລິກາ.
ພາຍຫຼັງການໂຕ້ວາທີຄັ້ງທີ 3 ນີ້, ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານຈະມີເວລາ 19 ວັນເພື່ອປະຕິບັດສຳເລັດໄລຍະທາງສຸດທ້າຍກ່ອນທີ່ຈະກ້າວເຂົ້າສູ່ການເລືອກຕັ້ງຢ່າງເປັນທາງການໃນວັນທີ 8/11.