ຝືກອົບຮົມໃຫ້ນັກບຳລຸງສ້າງທ່ອງທ່ຽວທີ່ມີຄວາມຮັບຜິດຊອບຢູ່ຫວຽດນາມ

ຝືກອົບຮົມໃຫ້ນັກບຳລຸງສ້າງທ່ອງທ່ຽວທີ່ມີຄວາມຮັບຜິດຊອບຢູ່ຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ​ໂຄງການ​ມີ​ຊື່ວ່າ:“​ໂຄງການ​ພັດທະນາ​ກຳລັງ​ຄວາມ​ສາມາດ​ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ” ​ໂດຍ​ສະຫະພາບ​ເອີ​ລົບ ອຸປະ​ຖຳ. ​ໃນ​ວັນ 18 ​ແລະ 19/4, ຢູ່ ຮ່າ​ໂນ້ຍ, ​​ເປັນ​ຄັ້ງ​ທຳ​ອິດ ​ໂຄງການ​ດັ່ງກ່າວ​ຈັດ​ຕັ້ງ​ຊຸດ​ຝືກອົບຮົມ​ໃຫ້​ແກ່​ນັກ​ບຳລຸງ​ສ້າງ​ກ່ຽວ​ກັບ​ການທ່ອງທ່ຽວ 33 ຄົນ.

​ໂຄງການ​ດັ່ງກ່າວ​ຖືກ​ສ້າງ​ຂຶ້ນ ບົນ​ພື້ນຖານ​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້ ​ແລະ ພວມ​ພັດທະນາ, ນັບ​ມື້​ນັບຫລາຍ​ຮູບ​ຫລາຍ​ແບບ ​ແລະ ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ຊັ້ນ​ນຳ​ຢູ່​ພາກ​ພື້ນ ມີ​ກຳລັງ​ແກ້ງ​ແຍ້​ງສູງ. ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ ປະກອບສ່ວນ​ເພ​ີ່ມທະວີ​ລັກສະນະ​ແກ້ງ​ແຍ້​ງ, ພ້ອມ​ທັງ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ ​ເຄົາລົບ ​ແລະ ຮັກສາ​ແຫ​ລ່ງຊັບພະຍາກອນ​ຂອງ​ປະ​ເທດ​ຊາດ. ​ໂຄງການ​ດັ່ງກ່າວ​ໂດຍ ສະຫະພາບ​ເອີ​ລົບ​ອຸປະຖຳ ລວມມູນ​ຄ່າ​ກວ່າ 10 ລ້ານ​ເອີ​ໂຣ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ແຕ່​ປີ 2011-2015.

 

ຂ່າວ/ບົດ​ອື່ນ