ຝຣັ່ງໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຝຣັ່ງໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພ​ິ​ທີ​ເຊັນ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ຝ່າຍ
(ພາບ: Việt Anh)

(vovworld) - ຕອນ​ບ່າຍ​ວັນ​ທີ 19/5, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ເງິນ ແລະ ອົງ​ການ​ພັດ​ທະ​ນາ ຝ​ຣັ່ງ ປະ​ຈຳ ຫວຽດ​ນາມ ໄດ້​ເຊັນ​ຂໍ້​ຕົກ​ລົງ​ສິນ​ເຊື່ອ​ໃຫ້​ບ້ວງ​ເງິນ​ກູ້​ຢື​ມ 20 ລ້ານ ເອີ​ໂຣ ສະ​ຫງວນ​ໃຫ້ແກ່ 5 ໄລ​ຍະ​ຂອງ “ໂຄງ​ການ​ໜູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”. ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທ​ະ​ສາດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງອ​ົງ​ການ​ພັດ​ທະ​ນາ ຝ​ຣັ່ງ ຢູ່ ຫວຽດ​ນາມ. “ໂຄງ​ການ​ໜູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ໜູນ​ຊ່ວຍ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ບັນ​ດາ​ການ​ປະ​ຕິ​ຮູບ​ຂະ​ແໜງ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ມີ​ລະ​ດັບ​ປ່ອຍ​ອາຍ ກາກບອນ ຕ່ຳ. ດ້ວຍ​ບ້ວງ​​ເງິນໜູນ​ຊ່ວຍ​ງົບ​ປະ​ມານ 20 ລ້ານ ເອີ​ໂຣ ໃຫ້​ແກ່​ໄລ​ຍະ 5, ​ອັນ​ໄດ້​ຍົກຍອດ​​ຈຳ​ນວນ​ເງິນໝັ້ນ​​ໝາຍ​ໜູນ​ຊ່ວຍ​ງົບ​ປະ​ມານ​ຂອງ​ອົງ​ການ​ພັດ​ທະ​ນາ ຝ​ຣັ່ງ ໃຫ້​ແກ່​​ໂຄງ​ການ​ຂຶ້ນ​​ເຖິງ​ລະ​ດັບ 100 ລ້ານ ເອີ​ໂຣ.


ຂ່າວ/ບົດ​ອື່ນ