ຝຣັ່ງ ລົງໂທດພົນລະເມືອງ ອາຣັບບິ ຊະອຸດິ ຫລາຍຄົນຍ້ອນກ່ຽວຂ້ອງເຖິງເຫດນັກຂ່າວ Khashoggi

(VOVWORLD) - ວັນທີ 22 ພະຈິກ, ຝຣັ່ງ ຖະແຫຼງວ່າ ໄດ້ຈັດວາງບັນດາມາດຕະການລົງໂທດ, ໃນນັ້ນ ມີຄຳສັ່ງຫ້າມໄປມາສຳລັບພົນລະເມືອງ ອາຣັບບິ ຊະອຸດິ 18 ຄົນ ທີ່ມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ Jamal Khashoggi,

ພ້ອມທັງກ່າວເຕືອນວ່າ ອາດຈະສືບຕໍ່ຍົກອອກບັນດາການກະທຳຕື່ມອີກ, ໂດຍອີງໃສ່ໝາກຜົນແຫ່ງການສືບສວນໃນປັດຈຸບັນ. ກະຊວງການຕ່າງປະເທດ ຝຣັ່ງ ຊີ້ແຈ້ງວ່າ: ເຫດເຂັ່ນຂ້ານັກຂ່າວ Khashoggi ແມ່ນໂທດກຳຢ່າງຮ້າຍແຮງທີ່ສຸດ, ຍິ່ງກ່ວານັ້ນ ຍັງຕ້ານຄືນບັນດາຜູ້ປະຕິບັດວຽກງານການຂ່າວ. ຖະແຫຼງການຂອງກະຊວງການຕ່າງປະເທດ ຝຣັ່ງ ເນັ້ນໜັກວ່າ Paris ລໍຖ້າຄຳຕອບທີ່ມີຄວາມໂປ່ງໃສ, ລະອຽດ ແລະ ສົມເຫດສົມຜົນຈາກອຳນາດການປົກຄອງ ອາຣັບບິ ຊະອຸດິ. ກະຊວງການຕ່າງປະເທດ ຝຣັ່ງ ກໍ່ໃຫ້ຮູ້ວ່າ: ນີ້ພຽງແຕ່ແມ່ນມາດຕະການຊົ່ວຄາວເທົ່ານັ້ນ ແລະ ປະເທດນີ້ ອາດຈະພິຈາລະນາ ຫຼື ເປີດກ້ວາງຄຳສັ່ງລົງໂທດໂດຍຂຶ້ນກັບວິວັດການສືບສວນ.

ຕອບກັບ

ຂ່າວ/ບົດ​ອື່ນ