ຝລັ່ງຕິດຕັ້ງສູນວັດແທກຄຸນນະພາບອາກາດຢູ່ຮ່າໂນ້ຍ

(VOVWORLD) -ສູນວັດແທກໄດ້ນຳໃຊ້ບັນດາເຄື່ອງອຸປະກອນຂອງວິສາຫະກິດຝລັ່ງ ENVEA ແລະ ໄດ້ເຊື່ອມຕໍ່ກັບເຄືອຂ່າຍລວມຂອງນະຄອນຮ່າໂນ້ຍ.

ຝລັ່ງຕິດຕັ້ງສູນວັດແທກຄຸນນະພາບອາກາດຢູ່ຮ່າໂນ້ຍ - ảnh 1 ຝລັ່ງຕິດຕັ້ງສູນວັດແທກຄຸນນະພາບອາກາດຢູ່ຮ່າໂນ້ຍ

(ພາບ: baogiaothong.vn)

ຕອນເຊົ້າວັນທີ 16 ກໍລະກົດ, ສະຖານທູດຝລັ່ງ ປະຈຳຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄຂສູນວັດແທກຄຸນນະພາບອາກາດຢູ່ສຳນັກງານສະຖານທູດ, ທີ່ຖະໜົນ ເຈິ່ນຮືງດ້າວ, ຮ່າໂນ້ຍ. ເລື່ອງນຳເຂົ້າໃຊ້ການສູນວັດແທກອາກາດຕາມມາດຕະຖານສາກົນຕື່ມອີກ 1 ແຫ່ງ ໄດ້ປະກອບສ່ວນສະໜອງບັນດາຕົວເລກຢ່າງຄົບຖ້ວນ ແລະ ຮອບດ້ານ, ຮັບໃຊ້ວຽກງານຕີລາຄາຄຸນນະພາບອາກາດ ແລະ ຊອກຫາມາດຕະການເພື່ອຫຼຸດຜ່ອນມົນລະພິດຕໍ່ສິ່ງແວດລ້ອມຂອງນະຄອນ.

ສູນວັດແທກໄດ້ນຳໃຊ້ບັນດາເຄື່ອງອຸປະກອນຂອງວິສາຫະກິດຝລັ່ງ ENVEA ແລະ ໄດ້ເຊື່ອມຕໍ່ກັບເຄືອຂ່າຍລວມຂອງນະຄອນຮ່າໂນ້ຍ. ນີ້ແມ່ນບາດກ້າວຕໍ່ໄປພາຍຫຼັງໂຄງການໜູນຊ່ວຍດ້ານເຕັກນິກ AFD Airparif, ຊ່ວຍຕິດຕັ້ງສູນວັດແທກ 10 ແຫ່ງຂອງວິສາຫະກິດ ENVEA ໃນບໍລິເວັນນະຄອນ. ຄາດວ່າ, ຮອດປີ 2020, ຮ່າໂນ້ຍ ຈະມີ 95 ສູນວັດແທກອາກາດ ລວມມີສູນວັດແທກໄລຍະຕ່ຳ ແລະ ໄລຍະສູງ.

ຕອບກັບ

ຂ່າວ/ບົດ​ອື່ນ