ຝ່າຍຕ່າງໆຢູ່ລີບີເຫັນດີເຊື່ອມຕໍ່ການເຈລະຈາ

ຝ່າຍຕ່າງໆຢູ່ລີບີເຫັນດີເຊື່ອມຕໍ່ການເຈລະຈາ - ảnh 1
ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ດ
ຢູ່​ລີ​ບີ (UNSMIL) Bernardino Leon
(ພາບ: AFP/TTXVN)


(vovworld) – ວັນ​ທີ 19/09, ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ດຢູ່​ລີ​ບີ (UNSMIL) Bernardino Leon, ​ໃຫ້​ຮູ້​ວ່າ, ບັນດາ​ຝ່າ​ຍຄ້ານ​ຢູ່​ລີບ​ີ ​ໄດ້​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຢູ່​ນະຄອນ Skhirat ຂອງ ​ມາຣົກ ພາຍຫຼັງ​ຢຸດຕິ​ໂດ​ຍຊົ່ວຄາວ​ມາ​ເປັນ​ເວລາ 5 ວັນ. UNSMIL ​ໄດ້​ຕົກ​ລົງວ່າ ວັນ​ທີ 20/09, ​ແມ່ນ​ກຳນົດ​ເວລາ​ສຸດ​ທ້າຍ​ເພື່ອ​​ໃຫ້ກຸ່ມ​ ເຈລະຈາ​ທີ່ກອງ​ປະຊຸມ​ໃຫຍ່​ປະຊາຊົນ​ທົ່ວ​ປະ​ເທດ (GNC) ສົ່ງ​ຂໍ້​ຕົກລົງ​ໃໝ່​ຂອງ​ສະຫະ​ປະຊາ​ຊາດ ​ເຖິງ​ທຸກ​ປະ​ເທດ​ສະມາຊິກ GNC ຢູ່​ນະ​ຄອນຫຼວງ Tripoli ​ແລະ ສະ​ເໜີ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ເຂົ້າ​ເຈົ້າ​ ເຂົ້າ​ຮ່ວມ​ລັດຖະບານ​ສາມັກຄີ​ຊົນ​ຊາດ. ​ໃນ​ຂະນະ​ນັ້ນ, ຕາມ UNSMIL ​ແລ້ວ, ສະພາ​ແຫ່ງ​ຊາດ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ​ຂອງ​ລີ​ບີ ຈະ​ຈັດສົ່ງ​ໜຶ່ງ​ໃນ​ບັນດາ​ກຸ່ມ​ເຈລະຈາ​ໄປ​ເຖິງ Tobruk ​ເພື່ອ​ແຈ້ງ​ໃຫ້​ບັນດາ​ສະມາຊິກ​ຊາບ​ກ່ຽວ​ກັບ​ການ​ຜັນ​ແປ່​ໃໝ່​ສຸດ​ຂອງ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຢູ່ ມາຣົກ.

ຂ່າວ/ບົດ​ອື່ນ