ຝ່າຍຕາເວັນຕົກ ກໍຄວາມກົດດັນຕໍ່ ຊີຣີ

ຝ່າຍຕາເວັນຕົກ ກໍຄວາມກົດດັນຕໍ່ ຊີຣີ - ảnh 1
ທ່ານ Riad Hijab, ນາຍົກລັດຖະມົນຕີຄົນໃໝ່ຂອງ ຊີຣີ
(ພາບ: Sana.sy)

(vovworld) - ວັນ​ທີ 6/6, ອຳ​ນາດ​ການ​ປົກຄອງ ອາ​ເມ​ລິ​ກາ ​ໄດ້​ອອກ​ສຽງ​ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ ສະຫະພັນ ອາຣັບ (ຫຼື AL) ​ໃນ​ການ​ຊຸກຍູ້​ສະຫະ​ປະຊາ​ຊາດນຳ​ໃຊ້​ພາກ​ທີ 7 ຂ​ອງ ກົດ​ບັດ​ສະຫະ​ປະຊາ​ຊາດ ​ເພື່ອຊັ່ງຊາຄວາມ​ສາມາດ​ອະນຸຍາດໃຫ້​​ແຊກ​ແຊງ​ດ້ານ​ການ​ທະຫານ​ເຂົ້າ ຊີຣີ. ພາກ​ທີ 7 ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ອະນຸຍາດ​ໃຫ້​ອົງການ​ຫຼາຍ​ຝ່າຍ​ນີ້ ສາມາດ​ນຳ​ໃຊ້​ມາດ​ຕະການ, ​ເຊິ່ງລວມມີ​ການ​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ກະທຳ​ນາບ​ຂູ່​ທຳລາຍ​ສັນຕິພາບ​ສາກົນ. ອາ​ເມ​ລິ​ກາ​ ຈະ​ສືບ​ຕໍ່​ສຸມ​ໃສ່​​ການ​ເພີ່ມ​ທະວີ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ສາກົນ​ຕໍ່​ ຊີຣີ ​ເພື່ອ​ແນ​ໃສ່​ກໍ​ຄວາມ​ກົດ​ດັນ ບັງຄັບ​​ໃຫ້ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Basha Al Assad ມອບ​ໂອນ​ສິດ​ອຳນາດ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຝຣັ່ງ ​ໄດ້​ອອກສຽງ​ຄັດຄ້ານ​ເລື່ອງ​ທ່ານ​ປະທານາທິບໍດີ ຊີຣີ Basha Al Assad ບົ່ງ​ຕົວ​ ທ່ານ​ລັດຖະມົນຕີ​ກະຊວງ ກະສິກຳ ​Riad Hijab ເປັນ​ນາຍົກລັດຖະມົນຕີ, ພ້ອມ​ທັງ​ມອບ​ຄວາມ​ຮັບຜິດຊອບອັນ​ໜັກໜ່ວງໃຫ້​ທ່ານ​ນີ້ສ້າງ​ຕັ້ງ​ລັດຖະບານ​ໃໝ່. ຝຣ່ັງ ຖື​ວ່າ: ການ​ກະທຳ​ນີ້ ບໍ່​ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງຂອງ​ປະຊາຊົນ ຊີຣີ ​ແລະ ວົງ​ຄະນະ​ຍາດ​ສາກົນ​ໄດ້. ​ໃນ​ຂະນະ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ຈີນ ​ແລະ ລັດ​ເຊຍ ຢືດໝັ້ນຕໍ່​ທັດສະນະ​ຄັດຄ້ານ​ການ​ແຊກ​ແຊງ​ການ​ທະຫານ​ຈາກ​ພາຍ​ນອກ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ລະບອບ​ຢູ່​ຊີຣີ.
ຂ່າວ/ບົດ​ອື່ນ