ທ່ານ ຮ່ວາງບິ່ງກວນ ຕ້ອນຮັບທ່ານ Chris Matlhako ໃນເດືອນ9/2015
(ພາບ: TTXVN)
(vovworld) – “ພັກກອມມູນິດ ອາຟຣິກາໃຕ້ ຕີລາຄາສູງການຕໍ່ສູ້ປົດປ່ອຍຊາດ ແລະ ການພັດທະນາຂອງ ຫວຽດນາມ” ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Chris Matlhako, ກຳມະການກົມການເມືອງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ອາຟຣິກາໃຕ້ (SACP) ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ Pretoria ອາຟຣິກາໃຕ້ ເນື່ອງໃນໂອກາດທ່ານ Chris Matlhako ຫາກໍໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ ອາຊີ - ປາຊີຟິກ ສາມັກຄີກັບ ກູຍບາ ຊຶ່ງດຳເນີນຢູ່ ຮ່າໂນ້ຍ ຫວ່າງແລ້ວນີ້. ໃນການຕອບສຳພາດ, ທ່ານ Matlhako ສະແດງຄວາມນິຍົມນັບຖື ເມື່ອໄດ້ເຫັນປະຈັກຕາບັນດາຜົນງານ, ການປ່ຽນແປງຢ່າງໃຫຍ່ຫລວງ ແລະ ວິວັດການພັດທະນາກະໂດດຂັ້ນ ເຊິ່ງປະເທດ ຫວຽດນາມ ບັນລຸໄດ້ໃນທຸກຂົງເຂດ ການເມືອງ, ເສດຖະກິດ ແລະ ສັງຄົມໃນໄລຍະຜ່ານມາ. ໃນນັ້ນ ຕ້ອງເວົ້າເຖິງເລື່ອງ ຫວຽດນາມ ປະຕິບັດສຳເລັດບັນດາຄາດໝາຍພັດທະນາສະຫັດສະວັດຂອງ ສະຫະປະຊາຊາດ, ພິເສດແມ່ນພາລະກິດລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ຊຶ່ງຫລາຍປະເທດພວມພັດທະນາຢູ່ ອາຟຣິກາໃຕ້ ປາດຖະໜາຢາກ ແລະ ສູ້ຊົນປະຕິບັດໄດ້ຄືດັ່ງກ່ວາ.
ສ່ວນທ່ານ Chris Matlhako ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ, ການພົວພັນມິດຕະພາບ, ການຮ່ວມມື ອາຟຣິກາໃຕ້ - ຫວຽດນາມ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸກຢັ້ງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.