(vovworld) – ວັນທີ 10/6, ຢູ່ນະຄອນ Johannesburg, ປະເທດ ອາບຟຣີກາ ໃຕ້, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮວ່າງບິນກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ນຳໜ້າ ແລະ ຄະນະຜູ້ແທນພັກກອມມູນິດ ອາບຟຣີກາ ໃຕ້, ໂດຍທ່ານ Chris Mahlako, ຫົວໜ້າຄະນະພົວພັນຕ່າງປະເທດ, ເປັນຫົວໜ້າຄະນະ ໄດ້ແລກປ່ຽນກ່ຽວກັບສະພາບການຂອງ 2 ພັກ ແລະ ບັນດາບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍເຫັນດີເປັນເອກະສັນຕໍ່ຄວາມຈຳເປັນຕ້ອງເພີ່ມທະວີການພົວພັນຮ່ວມມື 2 ຝ່າຍຜ່ານການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຄະນະຜູ້ແທນ ແລະ ຈັດຕັ້ງບັນດາກອງປະຊຸມສຳມະນາກ່ຽວກັບບັນຫາຕ່າງໆເຊິ່ງແມ່ນທິດສະດີ ແລະ ພຶດຕິກຳຕົວຈິງໃນວຽກງານພັກ. ກ່ຽວກັບການພົວພັນ 2 ຝ່າຍໃນປະຈຸບັນ, 2 ຝ່າຍຫວັງວ່າ ພັກກອມມູນິດ 2 ປະເທດຈະປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືກ່ວາອີກ, ສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ, ຊ່ວຍເຫຼືອກັນເປີດກ້ວາງການພົວພັນຢູ່ ອາຊີ ແລະ ອາບຟຣີກາ ໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ..., ພິເສດແມ່ນການພົວພັນການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.