ພັກນິຍົມຮັກສາເດີມອັງກິດ ກຳນົດເວລາປະກາດຂໍ້ຕົກລົງກ່ຽວກັບນາຍົກລັດຖະມົນຕີຜູ້ສືບທອດ

(VOVWORLD) -ວັນທີ 25 ມິຖຸນາ, ພັກນິຍົມຮັກສາເດີມກຳອຳນາດຂອງອັງກິດ ໄດ້ແຈ້ງຂໍ້ມູນກ່ຽວກັບຜູ້ໄດ້ຮັບໄຊຊະນະໃນການຊ່ວງເສັງດຳລົງຕຳແໜ່ງນຳໜ້າພັກນິຍົມຮັກສາເດີມ ແລະ ກາຍເປັນນາຍົກລັດຖະມົນຕີຄົນຕໍ່ໄປແທນໃຫ້ທ່ານນາງ Theresa May ຈະໄດ້ປະກາດໃນວັນທີ 23 ກໍລະກົດຈະມາເຖິງ.

ພັກນິຍົມຮັກສາເດີມອັງກິດ ກຳນົດເວລາປະກາດຂໍ້ຕົກລົງກ່ຽວກັບນາຍົກລັດຖະມົນຕີຜູ້ສືບທອດ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ Jeremy Hunt ແລະ ທ່ານອະດີດລັດຖະມົນຕີການຕ່າງປະເທດ Boris Johnson

(ພາບ: AFP/ TTXVN)

ວັນທີ 20 ມິຖຸນາ ຜ່ານມາ, ບັນດາສະມາຊິກລັດຖະສະພາພັກນິຍົມຮັກສາເດີມຢູ່ສະພາຕ່ຳອັງກິດ ໄດ້ດຳເນີນການປ່ອນບັດເລືອກເອົາບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງສຸດທ້າຍໃຫ້ແກ່ຕຳແໜ່ງການນຳພັກ ແລະ ນາຍົກລັດຖະມົນຕີ ແທນໃຫ້ທ່ານນາງ Theresa May. ໝາກຜົນແມ່ນມີຜູ້ອອກສະໝັກເລືອກຕັ້ງ 2 ທ່ານລວມມີທ່ານອະດີດລັດຖະມົນຕີການຕ່າງປະເທດ Boris Johnson ແລະ ທ່ານລັດຖະມົນຕີການຕ່າງປະເທດ Jeremy Hunt ຍາດໄດ້ຈຳນວນບັດສະໜັບສະໜູນຫຼາຍສຸດເພື່ອກ້າວເຂົ້າສູ່ຮອບປ່ອນບັດຕັດສິນ.

ຕອບກັບ

ຂ່າວ/ບົດ​ອື່ນ