ພັກພື້ນຖານສາທາລະນະລັດກ້າວເດີນໄຊຊະນະໃນການເລືອກຕັ້ງຢູ່ສະພາຕ່ຳ ຝຣັ່ງ

(VOVWORLD) - ໝາກຜົນສຸດທ້າຍຂອງການເລືອກຕັ້ງຮອບທີ 1 ສະພາຕ່ຳ ຝຣັ່ງ ໃຫ້ຮູ້ວ່າ: ພັກພື້ນຖານສາທາລະນະລັດກ້າວເດີນ (REM) ຂອງທ່ານປະທານາທິບໍດີ Emmanuel Macron ແລະ ບັນດາພັນທະມິດຍາດໄດ້ໄຊຊະນະດ້ວຍຈຳນວນບັດສະໜັບສະໜູນບັນລຸ 32,32%. 

ພັກພື້ນຖານສາທາລະນະລັດກ້າວເດີນໄຊຊະນະໃນການເລືອກຕັ້ງຢູ່ສະພາຕ່ຳ ຝຣັ່ງ - ảnh 1 ຜູ້ສະໜັບສະໜູນພັກ REM ຊົມເຊີຍໄຊຊະນະພາຍຫຼັງການເລືອກຕັ້ງ

(ພາບ: EPA/TTXVN)

ຕາມແຈ້ງການຂອງກະຊວງພາຍໃນ ຝຣັ່ງ ເມື່ອຕອນເຊົ້າວັນທີ 12 ມິຖຸນາ ແລ້ວ, ພັກ REM ແລະ ພັນທະມິດ ແມ່ນພັກກາງຂວາຂະບວນການປະຊາທິປະໄຕ (MoDem) ຍາດໄດ້ຈຳນວນບັດສະໜັບສະໜູນລື່ນກາຍຝ່າຍຂວາເຖິງ 21,56% ແລະ ລື່ນກາຍພັກຝ່າຍຂວາແນວໂຮມຊົນຊາດ (FN) ຂອງທ່ານນາງ Marine Le Pen 13,2%. ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ໃນລະດັບຕ່ຳສະຖິຕິ, ມີພຽງປະມານ 49% ເທົ່ານັ້ນ. ຕາມວົງການນັກໄຈ້ແຍກແລ້ວ, ດ້ວຍຈຳນວນບັດສ່ວນຫຼາຍທີ່ຍາດໄດ້ໃນຮອບທີ 1, ພັກ REM ພ້ອມກັບພັນທະມິດແມ່ນພັກ MoDem ອາດຈະຍາດໄດ້ແຕ່ 400 – 445 ທີ່ນັ່ງ ໃນຍອດຈຳນວນ 577 ທີ່ນັ່ງໃນສະພາຕ່ຳຢູ່ທີ່ຮອບເລືອກຕັ້ງທີ 2 ເຊິ່ງຈະຈັດຕັ້ງໃນວັນທີ 18 ມິຖຸນາ ຈະມາເຖິງ. ນີ້ອາດຈະແມ່ນການສະໜັບສະໜູນໃຫຍ່ສຸດເຊິ່ງປະທານາທິບໍດີ ຝຣັ່ງ ຍາດໄດ້ໃນຕະຫຼອດ 60 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ