ພັກ,ລັດແລະປະຊາຊົນຈີນຖືເປັນສຳຄັນການພົວພັນກັບຫວຽດນາມ

ພັກ,ລັດແລະປະຊາຊົນຈີນຖືເປັນສຳຄັນການພົວພັນກັບຫວຽດນາມ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ
(ພາບ: TTXVN)

(vovworld) - ​ໂດຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສ​ູງ 2 ພັກ, 2 ລັດ ຫວຽດ​ນາມ - ຈີນ, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຟ້າມ​ມິງ​ຈິ໋ງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂ​າ​ສູງ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ​ນຳ​ໜ້າ​ໄດ້ໄປ​ຢ້ຽມ​ຢາມ​ ແລະ ເຮັດ​ວ​ຽກ​ຢູ່​ປະ​ເທດຈີນ ໃນ​ລະ​ຫວ່າງວັນ​ທີ 11 – 15/12. ຕອນ​ບ່າຍ​ວັນ​ທີ 11/12, ຢູ່​ປັກ​ກິງ, ທ່ານ ຈາວ​ເລືອ​ຈີ້, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ເລ​ຂາ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້​ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ ຟ້າມ​ມິງ​ຈິ໋ງ. ທ່ານ ຈາວ​ເລືອ​ຈີ້ ຢືນ​ຢັນ​ວ່າ, ພັກ, ລັດ ແລະ ປະ​ຊາ​ຊົນ​ຈີນ ຖື​ເປັນ​ສຳ​ຄັນ​ກາ​ນ​ພົວ​ພັນ​ກັບ​ຫວຽດ​ນາມ, ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ  ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ ໃຫ້​ພັດ​ທະ​ນາ​ຢ່າງບໍ່​ຢຸ​ດ​ຢັ້ງ, ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ; ປ​າດ​ຖະ​ໜາ​ວ່າ, 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນຂັ້ນ​ສູງ, ປັ​ບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື​່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ ​ໃຫ້ພັດ​ທະ​ນາ​ສະ​ຖຽນ​ລະ​ພາບ ແລະ ປອດ​ໄສ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ທ່ານ​ຟ້າມ​ມິງ​ຈິ໋ງ ສະ​ເໜີ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, 2 ພັກ, 2 ລັດ ສຸມ​ໃສ່​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ; ເພີ່ມ​ທະ​ວີ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂດຍ​ສະ​ເພາະ​ແມ່ນ​ກົນ​ໄກ​ພົບ​ປະ​ຜູ້​ຕາງ​ໜ້າ 2 ກົມ​ການ​ເມືອງ; ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ສຶກ​ສາ​ປະ​ຊາ​ຊົ​ນ, ໂດຍ​ສະ​ເພາ​ະ​ແມ່ນ​ໄວໜຸ່ມ 2 ປະ​ເທດ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ 2 ພັກ, 2 ລັດ.

ຂ່າວ/ບົດ​ອື່ນ