ພັກ, ລັດສືບຕໍ່ເອົາໃຈໃສ່ແກ້ໄຂບັນດານະໂຍບາຍສຳລັບບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) -ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມໄດ້ຈັດກອງປະຊຸມຜັນຂະຫຍາຍປະຕິບັດຄຳສັ່ງ 14 ຂອງຄະນະເລຂາສູນກາງພັກ ແລະ ສະຫຼຸບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ
ພັກ,  ລັດສືບຕໍ່ເອົາໃຈໃສ່ແກ້ໄຂບັນດານະໂຍບາຍສຳລັບບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1ກອງປະຊຸມສະຫຼຸບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ຍ້ອງຍໍຊົມເຊີຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ບັນດາ ອົງການ ຈັດຕັ້ງປະຊາຊົນໄດ້ຮ່ວມແຮງຮ່ວມໃຈຈັດຕັ້ງຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ. ການຈັດຕັ້ງບັນດາການເຄື່ອນໄຫວດັ່ງກ່າວໄດ້ສ້າງກຳລັງແຜ່ຂະຫຍາຍຢ່າງແຂງແຮງໃນໝູ່ປະຊາຊົນທຸກຊັ້ນຄົນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ເນັ້ນໜັກວ່າ ຄວນສຸມໃສ່ແກ້ໄຂໃຫ້ໄດ້ສຳລັບບັນດາເປົ້າໝາຍທີ່ຍັງຄ້າງຄາກ່ຽວກັບນະໂຍບາຍທີ່ມີຕໍ່ຜູ້ທີ່ມີຄຸນງາມຄວາມດີ, ຍູ້ແຮງການຊອກຫາ, ທ້ອນໂຮມບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນລາຍຊື່ຂອງອັດຖິທີ່ຍັງຂາດຂໍ້ມູນ.

    ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີຫວຽດນາມໃຫ້ແກ່ 16 ໝູ່ຄະນະ ແລະ 4 ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ