ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen
photo:internet
|
(vovworld)-ວັນທີ 1/4, ບັນດາເຈົ້າຫນ້າທີ່ ກຳປູເຈຍ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ແລະ ການນຳຝ່າຍຄ້ານ Sam Rainsy ມີແຜນການເຊ່ືອມຕໍ່ການເຈລະຈາກ່ຽວກັບບັນຫາທີ່ຖົກຖຽງກັນພາຍຫລັງການເລືອກຕັ້ງ ແຕ່ບໍ່ທັນກຳນົດເວລາລະອຽດ. ກ່າວຄຳເຫັນກັບນັກຂ່າວ ທ່ານຮອງນາຍົກລັດຖະມົນຕີ, ທັງປັນລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Kheng ໃຫ້ຮູ້ວ່າ: ການພົບປະລະຫວ່າງການນຳຂອງພັກປະຊາຊົນ ກຳປູເຈຍ ກຳອຳນາດ ແລະ ພັກກູ້ຊາດ ກຳປູເຈຍ CNRP ຝ່າຍຄ້ານ ພວມໄດ້ຮັບການການກະກຽມ ແຕ່ທ່ານບໍ່ທັນເປີດເຜີຍລາຍລະອຽດ. ໃນຂະນະນັ້ນ ທ່ານ Son Chhay ສະມາຊິກສະພາແຫ່ງຊາດ, ຫົວຫນ້າກຸ່ມເຈລະຈາຂອງ CNRP ກັບ CPP ຮັບຮູ້ວ່າ: ສອງຝ່າຍໄດ້ພົວພັນຕິດຕໍ່ນຳກັນ ເພື່ອປຶກສາຫາລືບັນດາບັນຫາທີ່ຈະປຶກສາຫາລືໃນການພົບປະຂັ້ນສູງດັ່ງກ່າວ ແຕ່ເວລາຈັດການພົບປະບໍ່ທັນໄດ້ກຳນົດເທື່ອ.