ພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 105 ປີແຫ່ງວັນ ແມ່ຍິງສາກົນ 08/03
(ພາບປະກອບ)
(vovworld) – ພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 105 ປີແຫ່ງວັນແມ່ຍິງສາກົນ 08/03, ຖືກຈັດຂຶ້ນໃນຕອນເຊົ້າວັນທີ 07/03, ຢູ່ຮ່າໂນ້ຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງບົດບາດຂອງສະມາຄົມແມ່ຍິງທຸກຂັ້ນ ໃນການຊີ້ນຳ ແລະ ຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດ, ຈັດຕັ້ງການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍທາງດ້ານສັງຄົມທີ່ໃຫຍ່ຫຼວງ, ດຶງດູດໄດ້ຄວາມສົນໃຈ, ການສະໜັບສະໜູນຂອງແມ່ຍິງທຸກຊັ້ນຄົນໃນທົ່ວປະເທດ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ.
“ແມ່ຍິງຫວຽດນາມ ດ້ວຍທາດແທ້ ແລະ ມູນເຊື້ອອັນດີງາມ, ໄດ້ເສີມຂະຫຍາຍຄວາມສາມາດ, ພູມປັນຍາ, ກ້າວເດີນຢ່າງທ່ວງກັນກັບວິວັດແຫ່ງການປ່ຽນໃໝ່ຢ່າງໄວວາ, ປະກອບສ່ວນທີ່ເໝາະສົມເຂົ້າໃນຜົນງານລວມຂອງປະເທດຊາດ. ໃນຊຸມປີຜ່ານມາ, ເອື້ອຍນ້ອງແມ່ຍິງໄດ້ພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ບືນຕົວຂຶ້ນ ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຕົນໃນສັງຄົມ. ບໍ່ພຽງແຕ່ເປັນເມຍ, ເປັນແມ່ທີ່ດີໃນຄອບຄົວເທົ່ານັ້ນ, ບັນດາເອື້ອຍນ້ອງແມ່ຍິງຍັງບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນ, ໄດ້ຮັບການຮັບຮູ້ໃນຫຼາຍຂົງເຂດຄືການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ… ອີກດ້ວຍ”.
ແລະກໍ່ໃນວັນດຽວກັນ, ສະຫະສະມາຄົມແມ່ຍິງ ນະຄອນຮ່າໂນ້ຍ ໄດ້ຈັດງານບຸນວັດທະນະທຳ - ສັນຕິພາບ - ມິດຕະພາບ, ດ້ວຍການເຂົ້າຮ່ວມຂອງພະນັກງານຍິງ, ໃນບໍລິເວນນະຄອນເປັນຈຳນວນຫຼວງຫຼາຍ. ຢູ່ນະຄອນເກີນເທີ ໄດ້ຈັດພິທີສະເໜີຕົວສະໂມສອນນັກທຸລະກິດຍິງ ເກີນເທີ.