(VOVWORLD) - ນັບແຕ່ເປີດການປະກວດໃນເດືອນ ມິຖຸນາ 2023, ການປະກວດໄດ້ດຶງດູດການເຂົ້າຮ່ວມຂອງ 7.000 ຜົນງານພາບຖ່າຍ ແລະ ວີດີໂອ.
ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ
(ພາບ: ຄະນະຈັດຕັ້ງ)
|
ພິທີໄຂງານວາງສະແດງ ແລະ ປະກາດລາງວັນການປະກວດພາບຖ່າຍ ແລະ ວີດີໂອ “ຫວຽດນາມ ຜາສຸກ” (Happy Vietnam) ປີ 2023, ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທຳອິດກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດການປະກວດພາບຖ່າຍ ແລະ ວີດີໂອກ່ຽວກັບຫົວເລື່ອງສິດທິມະນຸດ ຜ່ານເວັບໄຊໂຄສະນາພາບພົດ ຫວຽດນາມ https://vietnam.vn.
ນັບແຕ່ເປີດການປະກວດໃນເດືອນ ມິຖຸນາ 2023, ການປະກວດໄດ້ດຶງດູດການເຂົ້າຮ່ວມຂອງ 7.000 ຜົນງານພາບຖ່າຍ ແລະ ວີດີໂອ. ຈາກນັ້ນ, ຄະນະຈັດຕັ້ງໄດ້ຄັດເລືອກເອົາ 28 ຜົນງານເພື່ອມອບລາງວັນ ແລະ 70 ຜົນງານພາບຖ່າຍ, 14 ຜົນງານວີດີໂອ ເພື່ອນຳມາວາງສະແດງ.
ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ຢືນຢັນວ່າ, ແຕ່ລະຜົນງານແມ່ນເລື່ອງລາວທີ່ດຶງດູດໃຈ, ແມ່ນແງ່ມູມຕົວຈິງກ່ຽວກັບການດຳລົງຊີວິດທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງ ແຕ່ເຕັມໄປດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ຄວາມຜາສຸກ.
“7.000 ພາບຖ່າຍ ແລະ ວີດີໂອຂອງປະຊາຊົນ ຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວປະເທດ ເປັນການພິສູດໃຫ້ເຫັນຢ່າງມີຊີວິດຊີວາຂອງກຳລັງແຮງ, ກຳລັງປະດິດຄິດສ້າງ ແລະ ພະລັງຊີວິດຂອງປະຊາຊົນ. Happy Vietnam ບໍ່ພຽງແຕ່ແມ່ນການປະກວດ, ບໍ່ພຽງແຕ່ແມ່ນລາຍການໜຶ່ງເທົ່ານັ້ນ, ຫາກຍັງແມ່ນວັນບຸນຂອງຊາວ ຫວຽດນາມ ພ້ອມກັນອອກສຽງເວົ້າກ່ຽວກັບການດຳລົງຊີວິດທີ່ມີຄວາມຜາສຸກຂອງເຈົາເຂົ້າອີກດ້ວຍ. ຄວາມຜາສຸກນັ້ນແມ່ນປະກົດຢູ່ແຕ່ລະຄອບຄົວ, ແຕ່ລະບ້ານ ແລະ ຖະໜົນແຕ່ລະສາຍ”.
ອ້າຍ ຟ້າມກວາງລິງ, ຊາວ ຫວຽດນາມ ອາໄສຢູ່ ອັງໂກລາ ດ້ວຍຜົນງານ ທິມອາຟະລິກາ ຄວາມເອກອ້າງທະນົງໃຈ ຫວຽດນາມ ແບ່ງປັນວ່າ:
“ຂ້າພະເຈົ້າເຂົ້າຮ່ວມການແຂ່ງຂັນເພື່ອຢາກແບ່ງປັນຄວາມເອກອ້າງທະນົງໃຈວ່າ ຕົນເອງແມ່ນຄົນ ຫວຽດນາມ. ເຖິງວ່າຢູ່ແຫ່ງໃດ, ໄປໃສ, ເຮັດວຽກງານຫຍັງ ຂ້າພະເຈົ້າກໍ່ມານະພະຍາຍາມພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງເພື່ອມຸ່ງໄປເຖິງປະເທດຊາດ, ເພື່ອໃຫ້ ຫວຽດນາມ ມີຄວາມຜາສຸກຕື່ມອີກ”.
ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 1 ລາງວັນ ແລະ ລາງວັນຊົມເຊີຍ 10 ລາງວັນໃຫ້ແກ່ແຕ່ລະປະເພດເນື້ອໃນຜົນງານພາບຖ່າຍ, ຊຸດພາບຖ່າຍ, ວີດີໂອ.