ພິທີມອບລາງວັນ Hoa Trang Nguyen

ພິທີມອບລາງວັນ Hoa Trang Nguyen - ảnh 1
ພິທີ​ມອບ​ລາງວັນ Hoa Trang Nguyen
(ພາບ: vietnamplus.vn)

(vov​world) -      ນັກ​ສຶກສາ​ທີ່​ໄດ້​ຮັບ​ຜົນງານ​ສູງ​ໃນ​ການສອງ​ເສັງ​ຈົບ​ຊັ້ນມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ 67 ຄົນ ພ້ອມ​ກັບ​ນັກຮຽນ​ທີ່​ມີ​ຜົນງານ​ສູງ​ໃນ​ການ​ສອບ​ເສັງ​ສາກົນ​ຄັ້ງ​ຕ່າງໆ 26 ຄົນ ​ແລະ ນັກຮຽນ​​ເກັ່ງ​ລະດັບ​ຊາດ 52 ຄົນ ກໍ່​ຄື​ນັກຮຽນ​ທີ່​ດີ​ເດັ່ນ​ໃນ​ບັນດາ​ໂຮງຮຽນ​ມັດ​ຖະຍົມ​ຕອນ​ປາຍ ​ໄດ້​ຮັບ​ການ​ເຊີດ​ຊູ​ໃນພິທີ​ມອບ​ລາງວັນ Hoa Trang Nguyen ປີ 2012 ສຳ​ຫຼັບ​ເຂດ​ພາກ​ເໜືອ ​ເຊິ່ງຈັດ​ຂຶ້ນຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ. ດ້ວຍ​ຈຸດໝາຍ​ເລືອກ​ເຟັ້ນຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​​ເພື່ອບຳລຸງ​ສ້າງ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໃຫ້​ແກ່​ປະ​ເທດ​ຊາດ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ຮອງ​ສາດສະດາຈານ, ປະລິຍາ​ເອກ Nguyen Kim Son ຮອງ​ຜູ້ອຳນວຍການ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: Hoa Trang Nguyen ​ແມ່ນ​ສັນຍາ​ລັກ​ແຫ່ງ​ຜົນງານ​ໃນ​ການ​ຮຳ່ຮຽນ​ຂອງ​ຊາວ​ຫວຽດນາມ. ລາງວັນ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ສັງຄົມ ​ແລະ ​ເປັນ​ກຳລັງ​ແຜ່​ຂະຫຍາຍ​ຢ່າງ​ກວ້າງ​ຂວາງ.

ຂ່າວ/ບົດ​ອື່ນ