ພິທີສະເຫນີຕົວ ເວັບໄຊກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ

 ພິທີສະເຫນີຕົວ  ເວັບໄຊກ່ຽວກັບການປ້ອງກັນ    ຕ້ານການສໍ້ລາດບັງຫລວງ - ảnh 1
ພິທີສະເຫນີຕົວເວັບໄຊປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ
ພາບ:cpv.org.vn


(vovword)- ຕອນ​ບ່າຍ​ວັນ​ທີ 4/5 ຢູ່ ຮ່າ​​ໂນ້ຍ, ຫ້ອງການ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຈັດ​ຕັ້ງ​ພິທີ​​​ສະ​ເຫ​ນີຕົວ​​ເວັບ​ໄຊ​ຂໍ້​ມູນ​ຂ່າວສານ​​ເອ​ເລັກ​ໂຕ​ນິກສັງ​ລວມ. ​ເວັບ​ໄຊ​ນີ້​ມີຫນ້າ​ທີ່​​ເຜີ​ຍ​ແຜ່​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ອອກສູ່​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ຂອງ​ພັກ, ລັດ​ໃນ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ​ເວັບ​ໄຊ​ນີ້​ທັງ​ແມ່ນ​ຂົວ​ຕໍ່​ຂໍ້​ມູນ​ຂ່າວສານ​ລະຫວ່າງ ພັກ, ລັດ ກັບ​ປະຊາຊົນ, ຮັບປະກັນ​ຫນ້າ​ທີ່​ສົ່ງ​ຂ່າວ​ຢ່າງ​ຊັດ​ເຈນ, ທັນ​ການ, ຖຶກຕ້ອງ​ກັບ​ການ​ກຳນົດ​ທິດ​ທາງ​ດ້ານ​ການ​ເມືອງ​ກ່ຽວ​ກັບ​ສະພາບ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ນອກ​ນັ້ນ​ຍັງ​ລະດົມ​ກຳ​ລັງ​ໃຈ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຮ່ວມ​ແຮງຮ່ວມ​ໃຈ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ​ໄດ້​ຢືນຢັນ​ວ່າ: ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ຫນ້າ​ທີ່​ທັງ​ມີ​ລັກສະນະ​ຮີບ​ດ່ວນ ທັງ​ມີລັກສະນະຍາວ​ນານ. ​ເລື່ອງ​ເປີດ​ການ​ນຳ​ໃຊ້​ເວັບ​ໄຊ​ດັ່ງກ່າວ​ຈະ​ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ຕັ້ງຫນ້າ​, ​ເປັນ​ເຈົ້າ​ການ​ສະຫນອງ​ຂໍ້​ມູນ​ຂ່າວສານ​ເພື່ອ​ໃຫ້​ຫນ້າ​ເວັບ​ນີ້​ອຸດ​ົມສົມບູນ​ ​ແລະ ດຶງ​ດູດກວ່າ.

 

ຂ່າວ/ບົດ​ອື່ນ