ພິທີເຊີດຊູນັກທຸລະກິດ,ວິສາຫະກິດດີເດັ່ນໄດ້ມີການປະກອບສ່ວນເຂົ້າໃນຂະບວນການກໍ່ສ້າງຊົນນະບົດໃຫມ່

ພິທີເຊີດຊູນັກທຸລະກິດ,ວິສາຫະກິດດີເດັ່ນໄດ້ມີການປະກອບສ່ວນເຂົ້າໃນຂະບວນການກໍ່ສ້າງຊົນນະບົດໃຫມ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ມອບ​ໃບ​ຍ້ອງ​ຍໍ​ໃຫ້
​ຜູ້​ຕ່າງ​ຫນ້າວິ​ສາ​ຫະ​ກິດ​ດີ​ເດັ່ນ
ພາບ:vov

(vovworld)- ພິ​ທີ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 25/7 ເພື່ອ​ຮັບ​ຮູ້, ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ໃນ​ພາ​ລະ​ກິດກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ຢືນ​ຢັນ​ວ່າ: ພາຍ​ຫລັງ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ, ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໄດ້​ກາຍ​ເປັນ​ຂະ​ບວນ​ການ​ແຂງ​ແຮງ​ໃນ​ທົ່ວ​ປະ​ເທດ ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຢ່າງ​ຕັ້ງ​ຫນ້າ​ຈາກ​ປະ​ຊາ​ຊົນ ແລະ ບັນ​ລຸ​ໝາກ​ຜົນ​ຫລາຍ​ຢ່າງ. ​ໃນ​ສະ​ພາບ​ການ​ພື້​ນ​ຖານ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້າ​ທາຍ, ແຕ່ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ໄດ້​ມີ​ການ​ປະ​ກອບ​ສ່ວນຫລາຍ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃຫມ່​ໂດຍ​ໄວ.

        “ຄວນ​ສືບ​ຕໍ່ຊາບ​ຊືມ​ຢ່າງ​ເລິກ​ເຊິ່ງການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແມ່ນ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ເປັນ​ຫນ້າ​ເອກ​ອ້າງ​ທະ​ນົງ​ໃຈ ແມ່ນ​ຫນ້າ​ທີ່​ຕົ້ນ​ຕໍ​ຂອງ​ທັງ​ລະ​ບົບ​ການ​ເມືອງ ແລະ ທົ່ວ​ສັງ​ຄົມ. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ​ຄວນ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ​ຢ່າງເຂັ້ມ​ງວດ ຈາກນັ້ນ​ສະ​ເຫນີ​ລັດ​ຖະ​ບານ​ບັນ​ດາ​ນະ​ໂຍ​ບາຍ​ລະ​ອ​ຽດ ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ ລົງ​ທຶນ​ຢ່າງ​ແຮງ​ເຂົ້າຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ.”

ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ  ແລະ ທ່ານ​ ກາວ​ດືກ​ຟາດ,  ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ​ພັດ​ທະ​ນາຊົນ​ນະ​ບົດ ໄດ້ມອບ​ໃບ​ຍ້ອງ​ຍໍ​ຂອງ​ລັດ​ຖະ​ບານ​ໃຫ້ 65 ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ​ດີ​ເດັ່ນ 31 ຄົນ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຫລາຍ​ຢ່າງ​ໃຫ້​ຂະ​ບວ​ນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໄລ​ຍະ 2010-2015.

ຂ່າວ/ບົດ​ອື່ນ