ພິທີເຊີດຊູຫລານຄຳຮູ້ຂອງລຸງໂຮ່ທົ່ວປະເທດຄັ້ງທີ8

ພິທີເຊີດຊູຫລານຄຳຮູ້ຂອງລຸງໂຮ່ທົ່ວປະເທດຄັ້ງທີ8 - ảnh 1
(ພິທີເຊີດຊູຫລານຄຳຮູ້ຂອງລຸງໂຮ່ທົ່ວປະເທດຄັ້ງທີ8)

(vovworld)- ຕອນ​ຄ່ຳ​ວັນ​ທີ 13/6, ພິ​ທີ​ເຊີດ​ຊູ​ຫລານ​ຄຳ​ຮູ້​ຂອງ​ລຸງ​ໂຮ່ ທົ່ວ​ປະ​ເທດ​ຄັ້ງ​ທີ 8 ປີ 2015 ໄດ້​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ.  ມີ​ຜູ້​ແທນ 282 ຄົນ ທີ່​ຕາງ​ຫນ້າ​ໃຫ້​ຫລານ​ຄຳ​ຮູ້​ຂອງ​ລ​ຸງ​ໂຮ່​ນັບ​ລ້ານໆ​ຄົນ​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ.  ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ຢືນ​ຢັນ: ອະ​ນຸ​ຊົນ ແມ່ນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ໃນ​ອະ​ນາ​ຄົດ ແລະ ຢາກ​ໃຫ້​ພວ​ກ​ຫລານ​ຊື່ງ​ໄດ້​ຮັບນາມ​ມະ​ຍົດ ຫລານ​ຄຳ​ຮູ້​ຂອງ​ລຸງ​ໂຮ່ນັ້ນ ສືບ​ຕໍ່​ສູ້​ຊົນ​ໃນ​ການ​ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ, ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່​ເປັນ​ຢ່າງ​ດີ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ​ວ່າ:

        “ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ບັນ​ດາ​ຄະ​ນະ, ຂະ​ແຫນງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ພໍ່​ແມ່​ຂອງ​ພວກ​ຫລານ ແລະ ຄູ​ອາ​ຈານ ສືບ​ຕໍ່ເອົາ​ໃຈ​ໃສ່​ວຽກ​ງານ​ປົກ​ປ້ອງ, ເບິ່ງ​ແຍງ, ສຶກ​ສາ​ອະ​ນຸ​ຊົນ, ສ້າງ​ສະ​ພາບ​ແວດ​ລ້ອມ, ເງື່ອນ​ໄຂ​ໃຫ້​ພວກ​ຫລານ​ຮ່ຳ​ຮຽນ, ລະ​ຫລິ້ນ, ຝຶກ​ຝົນ​ຫລໍ່​ຫລອມ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາການ​ເຄື່ອນ​ໄຫວ​ສັງ​ຄົມ.”

ຂ່າວ/ບົດ​ອື່ນ