ພິທີເປີດສະຫຼອງສະຖານກົງສູນໃຫຍ່ຮຸງກາຣີປະຈຳນະຄອນໂຮ່ຈີມິນ

ພິທີເປີດສະຫຼອງສະຖານກົງສູນໃຫຍ່ຮຸງກາຣີປະຈຳນະຄອນໂຮ່ຈີມິນ - ảnh 1
ພິທີເປີດສະຫຼອງສະຖານກົງສູນໃຫຍ່
ຮຸງກາຣີ ປະຈຳນະຄອນໂຮ່ຈີມິນ
(ພາບ: LeQuan)

(vovworld) - ລັດຖະບານ ຮຸງ​ກາຣີ ພວມ​ປະຕິ​ບັດ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ ​ແລະ ປາດ​ຖະໜາ​ຢາກ​ສ້າງ​ການ​ພົວພັນ​ຍຸດ​ທະ​ສາດ​ກັບ​ບັນດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ແມ່ນ ຄຳ​ຢືນຢັນ​ຂອງ​ທ່ານ Szijjarto Peter ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ກັບ​ການ​ຕ່າງປະ​ເທດ ຮຸງ​ກາຣີ ​ໃນ​ວັນ​ທີ 13/01 ​ເມື່ອ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ສະຖານກົງສູນ​ໃຫຍ່ ຮຸງ​ກາຣີ ປະຈຳ ນະຄອນ​ໂຮ່ຈີ​ມິນ. ທ່ານ​ເນັ້ນ​ໜັກ​ວ່າ ຮຸງ​ກາຣີ ຖື​ເປັນ​ສຳຄັນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຮຸງ​ກາ​ຣີ ​ແລະ  ປາດ​ຖະໜາຢາກ​ເປັນ​ເສົາ​ຄ້ຳ​ໃນ​ການ​ພົວພັນລະຫວ່າງສະຫະພາບ ​ເອີ​ລົບ ​ແລະ ອາ​ຊຽນ. ຮຸງ​ກາຣີ ຕີ​ລາຄາ​ສູງ​ບັນດາ​ຜົນ​ງາມ ຊຶ່ງນະຄອນ​ໂຮ່ຈີ​ມິນ ບັນລຸ​​ໄດ້​ໃນວິວັດ​ແຫ່ງ​ການ​ພັດທະນາ ​ແລະ ຖື​ວ່າ ນີ້​​ແມ່ນ​ສູນ​ເສດຖະກິດ, ການ​ເງິນ, ​​ເຕັກ​ໂນ​ໂລ​ຢີ ບໍ່​ພຽງ​ແຕ່​ຢູ່ ຫວຽດນາມ ​ເທົ່າ​ນັ້ນ ​ຫາກ​ຍັງ​ຂອງ​ທັງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ເປີດ​ສະຖານກົງສູນ​ໃຫຍ່​ຄືນ​ໃໝ່​ໃນ​ຄັ້ງ​ນີ້​ແມ່ນ​ສິ່ງທີ່​ຈຳ​ເປັນ. ຕາມ​ທ່ານ Szijjarto Peter ​ແລ້ວ, ໜ້າ​ທີ່​ສຳຄັນ​ແຖວ​ໜ້າ​ຂອງ​ສະຖານກົງສູນ​ໃຫຍ່​ແມ່ນ​ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ ຮຸງ​ກາຣີ ຊຸກຍູ້​ການ​ພົວພັນດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ຮຸງ​ກາຣີ. ນອກ​ນັ້ນ, ສະຖານກົງສູນ​ໃຫຍ່​ກໍ່​ຈະ​ຊ່ວຍ​​ເຫຼືອ​ໃນການ​ເຊື່ອມ​ຕໍ່ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ​.

ຂ່າວ/ບົດ​ອື່ນ